Muan Tips

ນີ້ແຫຼະຄົນທີ່ແມ່ນ 5 ສັນຍານທີ່ບອກວ່າຜູ້ນີ້ແຫຼະຄືຄູ່ຊີວິດທີ່ເຮົາຕາມຫາ

ໃຜໆກໍລ້ວນແຕ່ຢາກພົບຄວາມຮັກທີ່ດີ ຮັກທີ່ສົມຫວັງກັບຄົນທີ່ເຮົາຮັກ ແລ້ວຈະຮູ້ໄດ້ແນວໃດລະວ່າຜູ້ນີ້ແມ່ນແລ້ວເຮົາຈະສາມາດຝາກຊີວິດນໍາເຂົາໄດ້, ຜູ້ນີ້ແຫຼະຄືພໍ່ຂອງລູກ ຫຼື ແມ່ຂອງລູກ ແລະ ຜູ້ນີ້ແຫຼະທີ່ເຮົາຈະແຕ່ງດອງນໍາ. ຂໍພອນແລ້ວພົບເລີຍກໍຄົງຈະດີ ກະຫັນແຫຼະເນາະຄົນທີ່ແມ່ນຄົນທີ່ຈະມາສ້າງຄອບຄົວນຳເຮົາມັນບໍ່ໄດ້ຫາຊື້ມາໄດ້ງ່າຍໆຄືສິນຄ້າທີ່ຂາຍຮ້ານສະດວກຊື້ ສະນັ້ນກໍຕ້ອງເບິ່ງໆກັນໄປໃຫ້ເວລາ ແລະ ຄວາມຮູ້ສຶກໄດ້ພິສູດວ່າເຂົ້າກັນໄດ້ແທ້ບໍ ຢາກຢູ່ນຳຜູ້ນີ້ໄປຕະຫຼອດຊີວິດບໍ?, ມື້ນີ້ເພື່ອໃຫ້ທຸກຄົນໄດ້ຮູ້ໃຈໂຕເອງ, ໝັ້ນໃຈ ແລະ ສາມາດສັງເກດໄດ້ວ່າຜູ້ນີ້ແຫຼະ ຜູ້ທີ່ກຳລັງຄົບຢູ່ນີ້ລະແມ່ນແລ້ວ ເຮົາຮັກ...

ມ່ວນຊວນຟັງ

ຖ້າຈະມາຫຼອກກໍອອກໄປເລີຍ ຟັງເພງ “ຄົນບໍ່ຄຸ້ນເຄີຍ” ຈາກ MiLD ft. Heo VKK

ໜ້າຮັກສົດໃສບໍ່ມີຢຸດກັບ Chanthida Mild ຫຼື ມາຍ ແຝດຜູ້ເອື້ອຍ, ທີ່ໄດ້ເຄີຍຮ່ວມຮ້ອງ ແລະ ໄດ້ຝາກຜົນງານໄວ້ໃນເພງ ແພງອ້າຍ, ຢ່າມາລໍ້ລົມ ແລະ ເພງອື່ນໆ. ມື້ນີ້ກໍໄດ້ກັບມາພ້ອມດ້ວຍເພງໃໝ່ “ຄົນບໍ່ຄຸ້ນເຄີຍ” ທີ່ໄດ້ HEO VVK ມາຮ່ວມ ft....

Muan Tips

ກັບມາແມ! ຍ້ອນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ແຟນເກົ່າກັບມາ?

ເປັນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ຄົນບາງຄົນກັບມາຕອນທີ່ເຂົາຈາກເຮົາໄປ? ທັງໆທີ່ຕອນນັ້ນເຮົາໝັ້ນໃຈວ່າມັນຈົບຢ່າງແນ່ນອນ, ຄຳຕອບທີ່ງ່າຍທີ່ສຸດໜ້າຈະເປັນ “ເຮົາຍັງບໍ່ສາມາດປ່ອຍວາງໄດ້”. ບໍ່ສາມາດປ່ອຍວາງໄດ້ໃນທີ່ນີ້, ກໍມີຫຼາຍປັດໄຈເຂົ້າມາກ່ຽວຂ້ອງໂດຍອາດຈະມີຄວາມຜູກພັນກັນຢູ່ເລິກໆ, ບາງຄົນຢ້ານທີ່ຈະຕ້ອງຢູ່ຄົນດຽວ, ສັບສົນໃນຕົວເອງ ຫຼື ເຫດຜົນອື່ນໆທີ່ມີການສຶກສາມາກໍຈະມີດັ່ງນີ້: ເຮົາມັກມີເລື່ອງທີ່ປະສົບຄວາມສຳເລັດຮ່ວມກັນ ເຊັ່ນ: ເຮົາຈະເຊົາສູບຢາໄດ້ສຳລັບຕອນຄົບກັບຄົນນີ້ ເຮັດໃຫ້ມັນມີຄວາມຊົງຈຳດີໆ ຮ່ວມກັນ ແລະ ເມື່ອຕ້ອງແຍກຍ້າຍກັນໄປ ຄວາມຊົງຈຳນັ້ນມັນດີເກີນກວ່າທີ່ຈະລືມ, ບາງເທື່ອເຮົາອາດຈະປະຊົດກັບໄປສູບອີກເທື່ອເພື່ອໃຫ້ເຂົາສົນໃຈ ແລະ...

ນີ້ແຫຼະຄົນທີ່ແມ່ນ 5 ສັນຍານທີ່ບອກວ່າຜູ້ນີ້ແຫຼະຄືຄູ່ຊີວິດທີ່ເຮົາຕາມຫາ

ຖ້າຈະມາຫຼອກກໍອອກໄປເລີຍ ຟັງເພງ “ຄົນບໍ່ຄຸ້ນເຄີຍ” ຈາກ MiLD ft. Heo VKK

ກັບມາແມ! ຍ້ອນຫຍັງເຮົາຈຶ່ງຮຽກຮ້ອງໃຫ້ແຟນເກົ່າກັບມາ?

Editor pick's

Find more

-Sponsored-
ພື້ນທີ່ຂອງເນື້ອຫາບັນເທີງສ້າງສັນຄຸນນະພາບ
Muan Tips

Inadequacy behaviors ມັກປຽບທຽບຄົນອື່ນກັບຕົວເອງ ຈົນເຮັດໃຫ້ທຸກທໍລະມານຈິດໃຈ

ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ. Inadequacy behaviors ແມ່ນເປັນຄວາມຮູ້ສຶກຂາດໃນບາງຄັ້ງ, ມັນເຮັດໃຫ້ເຈົ້າອາດຈະເປັນຄົນອາລົມຮ້າຍໂດຍບໍ່ຮູ້ຕົວ ແລະ ເຮັດຕົວ Toxic ໃສ່ຄົນອ້ອມຂ້າງ, ຍ້ອນຄວາມກັງວົນໃຈທີ່ມັກປຽບທຽບຕົວເອງກັບຄົນອື່ນຈົນເກີດເປັນອາການວິຕົກກັງວົນ, ຄິດວ່າຕົວເອງບໍ່ດີພໍ, ຂາດຄວາມໝັ້ນໃຈ ແລະ ໝົດກຳລັງໃຈ. ຄວາມທຸກທໍລະມານຈາກການທີ່ມັກປຽບທຽບຕົວເອງກັບຄົນອື່ນເກີດຂຶ້ນຈາກຄວາມຮູ້ສຶກວ່າຕົວເອງບໍ່ພຽງພໍ ຫຼື ບໍ່ດີພໍເມື່ອເຫັນຜູ້ອື່ນໄດ້ຮັບຄວາມສຳເລັດ ຫຼື ມີໃນສິ່ງທີ່ຕົວເອງບໍ່ມີ. ໃນປັດຈຸບັນສິ່ງນີ້ມັກຈະເກີດຂຶ້ນໃນໂລກທີ່ເຕັມໄປດ້ວຍສື່ສັງຄົມອອນລາຍທີ່ຄົນມັກຈະເອົາແຕ່ສິ່ງດີໆຂອງຕົນອອກມາໂຊວ໌  ເຮັດໃຫ້ຄົນທີ່ເບິ່ງເຫັນຮູ້ສຶກວ່າຕົວເອງບໍ່ດີພໍ...

The Interview

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ມາແຮງກັນສຸດໆໃນຕອນນີ້ກັບແຣັບເປີສາວໜ້າໃໝ່ເຈົ້າຂອງເພງ “ສາວປັອບສະຕາ” ທີ່ມາໃນແນວສະໜຸກສະໜານມ່ວນຊື່ນ ແລະ ເພງ “ບໍ່ເປັນຫຍັງ” ທີ່ມາໃນແນວຊື້ງໆເສົ້າໆແຕ່ຕ້ອງຂໍບອກວ່າທັງສອງເພງແມ່ນມ່ວນ ແລະ ຟັງງ່າຍ, ທຸກຄົນຕ້ອງໄດ້ລອງຟັງກັນ. ພອນສະຫວັນ ໂຊກປີຊາ ຫຼື ແນ່ມ, ສິລະປິນສາວແດນຈຳປາສັກຈາກພາກໃຕ້ຂອງລາວ ທີ່ທັງຮ້ອງ-ແຣັບ ແລະ ແຕ່ງເພງເອງ, ປັດຈຸບັນອາຍຸ 26 ປີ. ຫຼ້າສຸດເພງທີ່ໄດ້ປ່ອຍອອກມາໃຫ້ພວກເຮົາໄດ້ຟັງໃນຊ່ອງຍູທູປຂອງລາວຢ່າງເພງສາວປັອບສະຕາ ກໍເປັນເພງທີ່ເຮັດໃຫ້ເປັນກະແສຫຼາຍທັງໃນໂຊຊ້ຽວມີເດຍໃນຕິກຕອກ ແລະ ເຟສບຸກ ຕ່າງກໍແຫ່ກັນແຊຣ໌ເພງຂອງລາວພ້ອມດ້ວຍບອກຕໍ່ກັນວ່າຕ້ອງໄດ້ຮີບມາຟັງກ່ອນຈະລົມກັບໝູ່ບໍ່ຮູ້ເລື່ອງ. ຈາກທີ່ມ່ວນໄດ້ລົມກັບແນ່ມ, ລາວນັ້ນກໍປັນຄົນສະບາຍໆງ່າຍໆ ແລະ ບໍ່ມັກຄວາມວຸ່ຍວາຍ,...

ມ່ວນຊວນຟັງ

ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone

ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ. ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone ທີ່ຕ້ອງບອກວ່າເປັນການມາຮ່ວມຮ້ອງດ້ວຍກັນໄດ້ຢ່າງກົມກ່ອມ, ມີມິຕິດ້ວຍສຽງແຣັປທີ່ເທ້ລະມຸນ ແລະ ສຽງຫວານກັງວານຊວນຝັນ. Phoenix Boii ແຣັປເປີຈາກຫຼວງພະບາງທີ່ມາພ້ອມກັບລັກສະນະການແຣັປທີ່ມີສະເໜ່ ແລະ ເທ້ຂອງລາວ, ໄດ້ມາຖ່າຍທອດຄວາມຮູ້ສຶກຜ່ານທ່ອນແຮັປທີ່ໄດ້ບອກເຖິງຄວາມຮູ້ສຶກທີ່ແສນເຈັບປວດຂອງຄົນທີ່ຍັງຢູ່. ໄດ້ເລົ່າເຖິງຄວາມຮັກຄວາມສຳພັນຂອງຄູ່ຮັກຄູ່ໜຶ່ງທີ່ຖືວ່າທັງສອງນັ້ນຮັກກັນຫຼາຍ...

ມ່ວນຊວນເບິ່ງ

ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City

ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City (2024) ມານຳສະເໜີ. ໂດຍເນື້ອຫາແມ່ນໄດ້ເລົ່າກ່ຽວກັບການໃຊ້ຊີວິດໃນເມືອງໃຫຍ່ຂອງກຸ່ມຄົນລຸ້ນໃໝ່ໃນ ໂຊລ ເກົາຫຼີໃຕ້ ທີ່ບອກເລົ່າເຖິງຄວາມສຳພັນຂອງກຸ່ມໝູ່ເພື່ອນ ແລະ ຄົນຮັກທີ່ຕ້ອງປະເຊີນກັບຄວາມຊັບຊ້ອນຂອງຊີວິດ ທັງເລື່ອງຄວາມຮັກ, ສຸຂະພາບ, ການຊອກຫາຕົວຕົນ...

ມ່ວນຊວນໄປ

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​ ​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ.​ ​ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ...

ຄອນເທັນເຂັ້ມໆ ໃນຫົວຂໍ້ ຄຣີເອທີບ, ອິນໄຊຕ໌ການຕະຫຼາດ, ເທັກເທຣນດ໌, ທັກສະການເຮັດວຽກ ແລະ ວິຖີຊີວິດຂອງຄົນເຮັດວຽກ ຈາກທີມມ່ວນ.

Muan Specialty

ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ

ບໍລິສັດໄຟຟ້າ ນໍ້າເທີນ 2 ຈຳກັດ ກ້າວເຂົ້າສູ່ປີທີ 15 ຂອງການຜະລິດໄຟຟ້າຢ່າງເປັນທາງການ ດ້ວຍການເປີດໂຕໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີໃນວັນທີ 15 ມັງກອນ 2025 ທີ່ຜ່ານມາ ເພື່ອສະທ້ອນຄວາມສຳເລັດ ແລະ ຄວາມມຸ່ງໝັ້ນໃນການສົ່ງເສີມພະລັງງານສະອາດ ທີ່ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມໃນລາວ ແລະ ພາກພື້ນຢ່າງຍືນຍົງ. ພ້ອມດຽວກັນນີ້ ນໍ້າເທີນ 2 ຍົງໄດ້ປະກາດກິດຈະກຳຕະຫຼອດປີ 2025 ເພື່ອສະເຫຼີມສະຫຼອງ ແລະ...

-Sponsored-
ພື້ນທີ່ຂອງເນື້ອຫາບັນເທີງສ້າງສັນຄຸນນະພາບ

Your backstage pass to the Pageant! Get exclusive content, interviews, and behind-the-scenes access as the media partner.

The Crown Exclusive

ບຸບູ່ – ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS

FOL08 ບຸບູ່ – ຄອງວົງ ສີມະຫາໂນ ຜູ້ເຂົ້າປະກວດອາຍຸ 19 ປີ ຜູ້ມີອາຊີບເປັນ Bartender. ບຸບູ່ມີຄວາມສາມາດໃນການຫຼິ້ນກີ່ຕ້າ ແລະ ລາວມັກການອອກກໍາລັງກາຍປະເພດ Calisthenic ອີກດ້ວຍເຊິ່ງໜ້ອຍຄົນທີ່ຈະອອກກໍາລັງກາຍດ້ວຍວິທີນີ້. ບຸບູ່ບໍ່ເຄີຍມີປະສົບການໃນການປະກວດເວທີໃດໆມາກ່ອນ ແລະ ກໍເປັນນ້ອງໃໝ່ໃນວົງການບັນເທີງອີກດ້ວຍ. ລາວເລືອກທີ່ຈະມາເປີດໂອກາດໃນການເປັນນາຍແບບຂອງຕົວເອງຜ່ານເວທີ FACE of LAOS 2024 ເຊິ່ງສໍາລັບລາວແລ້ວມັນເປັນໂອກາດທີ່ດີຫຼາຍ. ຈຸດເດັ່ນຂອງບຸບູ່ແມ່ນລາວມີສໄຕລ໌ການແຕ່ງໂຕທີ່ເທ້ ແລະ ແຕກຕ່າງ, ມີຄວາມຫມັ້ນໃຈໃນໂຕເອງ ເພາະ ຂັ້ນທໍາອິດຂອງການເປັນ...

Gadzila

Microsoft ປະກາດ ຈະເລີ່ມເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດ ໃນເດືອນ ກຸມພາ 2025 ເປັນຕົ້ນໄປ

ປະກາດຈາກ Microsoft ຈະເລີ່ມຕົ້ນເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດໃນເດືອນກຸມພາ 2025, ເພື່ອໃຫ້ຜູ້ໃຊ້ງານຍັງຄົງສະຖານະການເຂົ້າລະບົບຕະຫຼອດເວລາ ເຊິ່ງໝາຍຄວາມວ່າຫຼັງຈາກທີ່ຜູ້ໃຊ້ເຂົ້າສູ່ລະບົບບັນຊີ Microsoft ຂອງຕົວເອງໄດ້ແລ້ວ. ຫຼັງຈາກນີ້ ກໍຈະບໍ່ຈຳເປັນຕ້ອງເຂົ້າສູ່ລະບົບໃໝ່ທຸກຄັ້ງທີ່ຈະເປີດໃຊ້ງານແອັບ ຫຼື ບໍລິການທີ່ກ່ຽວຂ້ອງກັບ Microsoft ເຊັ່ນ: Outlook, OneDrive ຫຼື Office 365. ຈຸດປະສົງຫຼັກໃນການອັບເດດລະບົບນີ້ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້, ຫຼຸດຄວາມຫຍຸ້ງຍາກໃນການ Log in ໃໝ່ເລື້ອຍໆ ແຕ່ຖ້າຫາກຜູ້ໃຊ້ຍັງມີຕົວເລືອກທີ່ຈະລົງທະບຽນຊື່ອອກຈາກລະບົບ ຫຼື ລົບລ້າງຂໍ້ມູນການເຂົ້າສູ່ລະບົບໄດ້. ໂດຍ: ທີມ Gadzila