ໜ້າຫຼັກ Gadzila Microsoft ປະກາດ ຈະເລີ່ມເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດ ໃນເດືອນ ກຸມພາ 2025 ເປັນຕົ້ນໄປ
Gadzila

Microsoft ປະກາດ ຈະເລີ່ມເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດ ໃນເດືອນ ກຸມພາ 2025 ເປັນຕົ້ນໄປ

Share

ປະກາດຈາກ Microsoft ຈະເລີ່ມຕົ້ນເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດໃນເດືອນກຸມພາ 2025, ເພື່ອໃຫ້ຜູ້ໃຊ້ງານຍັງຄົງສະຖານະການເຂົ້າລະບົບຕະຫຼອດເວລາ ເຊິ່ງໝາຍຄວາມວ່າຫຼັງຈາກທີ່ຜູ້ໃຊ້ເຂົ້າສູ່ລະບົບບັນຊີ Microsoft ຂອງຕົວເອງໄດ້ແລ້ວ.

ຫຼັງຈາກນີ້ ກໍຈະບໍ່ຈຳເປັນຕ້ອງເຂົ້າສູ່ລະບົບໃໝ່ທຸກຄັ້ງທີ່ຈະເປີດໃຊ້ງານແອັບ ຫຼື ບໍລິການທີ່ກ່ຽວຂ້ອງກັບ Microsoft ເຊັ່ນ: Outlook, OneDrive ຫຼື Office 365.

ຈຸດປະສົງຫຼັກໃນການອັບເດດລະບົບນີ້ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້, ຫຼຸດຄວາມຫຍຸ້ງຍາກໃນການ Log in ໃໝ່ເລື້ອຍໆ ແຕ່ຖ້າຫາກຜູ້ໃຊ້ຍັງມີຕົວເລືອກທີ່ຈະລົງທະບຽນຊື່ອອກຈາກລະບົບ ຫຼື ລົບລ້າງຂໍ້ມູນການເຂົ້າສູ່ລະບົບໄດ້.

ໂດຍ: ທີມ Gadzila

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ

ໃນຂະນະທີ່ມີຂ່າວວ່າ TikTok ຍັກໃຫຍ່ແຫ່ງວົງການໂຊຊຽວ ຈະປິດແອັບລົງໃນວັນອາທິດທີ 19 ມັງກອນ 2025 ນີ້ ເຊິ່ງເປັນມື້ທີ່ກົດໝາຍແບນແອັບດັ່ງກ່າວ ຈະມີຜົນບັງຄັບໃຊ້. ແຕ່ຜູ້ໃຊ້ຫຼາຍກວ່າ 170...

Gadzila

ມາກ ຊັກເຄີເບີກ ບອກເອງຈະເຊົາເຊັນເຊີຄອນເທັນ ເປີດເສລີການສະແດງອອກໃນ FACEBOOK & INSATANGRAM

ພໍແລ້ວພໍ! ອ້າຍມາກ ຊັກເຄີເບີກ ອອກມາບອກເອງ ນີ້ເປັນໂລກຍຸກໃໝ່ ຈະຢຸດການເຊັນເຊີຄອນເທັນໃນ Facebook ແລະ Instagram ພ້ອມບອກວ່າ ເຮົາຕ້ອງມີເສລີພາບໃນການສະແດງອອກ ມາກ...

Gadzila

SAMSUNG GALAXY S25 SERIES ບໍ່ແມ່ນພຽງແຕ່ມືຖື ແຕ່ເປັນຜູ້ຊ່ວຍສ່ວນຕົວເຮັດໃຫ້ຊີວິດສະບາຍຂຶ້ນ

Samsung Galaxy S25 Series ຫຼາຍກວ່າມືຖື ຄືຜູ້ຊ່ວຍສ່ວນຕົວທີ່ເຕີມເຕັມຊີວິດຍຸກໃໝ່ Samsung Laos ໄດ້ເປີດຕົວ Galaxy S25 Series...

Gadzila

ຮູ້ຫຍັງບໍ່ສູ້ ຮູ້ AI – ປີ 2025 ຄວນເພີ່ມຄວາມຮູ້ດ້ານ AI ເປັນໜຶ່ງໃນທັກສະທີ່ເຮົາຕ້ອງມີ

ເປັນຫຍັງເຮົາຈຶ່ງຍົກເອົາເລື່ອງນີ້ມາເວົ້າ? ນັ້ນກໍເພາະວ່າໃນປີທີ່ຜ່ານມາ ເຮົາເຫັນການປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວຂອງ AI ເຊິ່ງເປັນສັນຍານວ່າ ໃນອະນາຄົດອັນໃກ້ນີ້ ມັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການໃຊ້ຊີວິດ ແລະ ການເຮັດວຽກຂອງເຮົາ. ຂະໜາດໃນຕອນນີ້ເອງທີ່ຜູ້ຂຽນກຳລັງຂຽນບົດຄວາມນີ້...