MuanxGadzila

3 ບົດຄວາມ
Gadzila

Microsoft ປະກາດ ຈະເລີ່ມເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດ ໃນເດືອນ ກຸມພາ 2025 ເປັນຕົ້ນໄປ

ປະກາດຈາກ Microsoft ຈະເລີ່ມຕົ້ນເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດໃນເດືອນກຸມພາ 2025, ເພື່ອໃຫ້ຜູ້ໃຊ້ງານຍັງຄົງສະຖານະການເຂົ້າລະບົບຕະຫຼອດເວລາ ເຊິ່ງໝາຍຄວາມວ່າຫຼັງຈາກທີ່ຜູ້ໃຊ້ເຂົ້າສູ່ລະບົບບັນຊີ Microsoft ຂອງຕົວເອງໄດ້ແລ້ວ. ຫຼັງຈາກນີ້ ກໍຈະບໍ່ຈຳເປັນຕ້ອງເຂົ້າສູ່ລະບົບໃໝ່ທຸກຄັ້ງທີ່ຈະເປີດໃຊ້ງານແອັບ ຫຼື ບໍລິການທີ່ກ່ຽວຂ້ອງກັບ Microsoft ເຊັ່ນ: Outlook, OneDrive ຫຼື Office 365. ຈຸດປະສົງຫຼັກໃນການອັບເດດລະບົບນີ້ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້, ຫຼຸດຄວາມຫຍຸ້ງຍາກໃນການ Log in...

Gadzila

ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ

ໃນຂະນະທີ່ມີຂ່າວວ່າ TikTok ຍັກໃຫຍ່ແຫ່ງວົງການໂຊຊຽວ ຈະປິດແອັບລົງໃນວັນອາທິດທີ 19 ມັງກອນ 2025 ນີ້ ເຊິ່ງເປັນມື້ທີ່ກົດໝາຍແບນແອັບດັ່ງກ່າວ ຈະມີຜົນບັງຄັບໃຊ້. ແຕ່ຜູ້ໃຊ້ຫຼາຍກວ່າ 170 ຄົນໃນສະຫະລັດກໍບໍ່ໄດ້ປ່ອຍໃຫ້ໂຕເອງຕ້ອງໄດ້ຮັບຜົນກະທົບນີ້ແບບເຕັມໆ ໂດຍສະເພາະທີ່ເປັນຄອນເທັນຄຣີເອເຕີ ເພາະພວກເຂົາເລີ່ມຊອກຫາແພລດຟອມທີ່ຈະມາແທນທີ່ຕິກຕັອກຢ່າງວ່ອງໄວ ແລະ ເລີ່ມຍ້າຍໄປໃຊ້ແອັບ REDNOTE ເຊິ່ງເປັນໂຊຊຽວມີເດຍຂອງຈີນ ແລະ ເອີ້ນໂຕເອງວ່າເປັນ TikTok refugees...

Gadzila

ມາກ ຊັກເຄີເບີກ ບອກເອງຈະເຊົາເຊັນເຊີຄອນເທັນ ເປີດເສລີການສະແດງອອກໃນ FACEBOOK & INSATANGRAM

ພໍແລ້ວພໍ! ອ້າຍມາກ ຊັກເຄີເບີກ ອອກມາບອກເອງ ນີ້ເປັນໂລກຍຸກໃໝ່ ຈະຢຸດການເຊັນເຊີຄອນເທັນໃນ Facebook ແລະ Instagram ພ້ອມບອກວ່າ ເຮົາຕ້ອງມີເສລີພາບໃນການສະແດງອອກ ມາກ ໄດ້ອອກມາປະກາດເມື່ອຕອນກາງຄືນຂອງວານນີ້ ໂດຍບັນຫາເກີດຈາກການທີ່ລະບົບເຊັນເຊີຂອງ Meta ທີ່ຫຼາຍຂຶ້ນເລື້ອຍໆ ຕໍ່ກັບປະເດັນຮ້າຍແຮງຕ່າງໆ ເຖິງວ່າມັນຈະສາມາດຊ່ວຍປ້ອງກັນເນື້ອຫາເຫຼົ່ານັ້ນໄດ້ ແຕ່ກໍປາສະຈາກບໍ່ໄດ້ທີ່ຫຼາຍໆຄັ້ງລະບົບໄດ້ມີຄວາມຜິດພາດ ແລະ ສ້າງຂໍ້ຈຳກັດຫຼາຍເກີນໄປ. ສິ່ງທີ່ຈະເກີດຂຶ້ນກັບຄອນເທັນໃນ Facebook...