ໜ້າຫຼັກ Gadzila ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ
Gadzila

ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ

Share

ໃນຂະນະທີ່ມີຂ່າວວ່າ TikTok ຍັກໃຫຍ່ແຫ່ງວົງການໂຊຊຽວ ຈະປິດແອັບລົງໃນວັນອາທິດທີ 19 ມັງກອນ 2025 ນີ້ ເຊິ່ງເປັນມື້ທີ່ກົດໝາຍແບນແອັບດັ່ງກ່າວ ຈະມີຜົນບັງຄັບໃຊ້.

ແຕ່ຜູ້ໃຊ້ຫຼາຍກວ່າ 170 ຄົນໃນສະຫະລັດກໍບໍ່ໄດ້ປ່ອຍໃຫ້ໂຕເອງຕ້ອງໄດ້ຮັບຜົນກະທົບນີ້ແບບເຕັມໆ ໂດຍສະເພາະທີ່ເປັນຄອນເທັນຄຣີເອເຕີ ເພາະພວກເຂົາເລີ່ມຊອກຫາແພລດຟອມທີ່ຈະມາແທນທີ່ຕິກຕັອກຢ່າງວ່ອງໄວ ແລະ ເລີ່ມຍ້າຍໄປໃຊ້ແອັບ REDNOTE ເຊິ່ງເປັນໂຊຊຽວມີເດຍຂອງຈີນ ແລະ ເອີ້ນໂຕເອງວ່າເປັນ TikTok refugees ຫຼື ຜູ້ລີ້ໄພຈາກຕິກຕັອກ.

ຈາກເຫດການດັ່ງກ່າວນີ້ເຮັດໃຫ້ແອັບດັ່ງກ່າວຂຶ້ນເປັນອັບດັບໜຶ່ງໃນ App Store ຂອງສະຫະລັດໃນທັນທີ ເນື່ອງຈາກມີຜູ້ໃຊ້ໃໝ່ເພີ່ມຂຶ້ນເຖິງ 7 ແສນຄົນໃນເວລາສັ້ນໆ.

REDNOTE ຫຼື Xiaohong Shu ເປັນແພລດຟອມໂຊຊຽວມີເດຍຈາກຈີນ ເຊິ່ງຜູ້ພັດທະນາແມ່ນ Xinying Information Technology ຈາກຊ່ຽງໄຮ ທີ່ສ້າງຕັ້ງຂຶ້ນໃນປີ 2013.

ແອັບນີ້ເປັນແອັບຍອດນິຍົມໃນກຸ່ມໄວລຸ້ນຂອງຈີນ ທີ່ມັກແບ່ງປັນກ່ຽວກັບ lifestyle ແລະ ຍັງເປັນ e-commerce ເຊິ່ງໃນແຕ່ລະເດືອນມີຜູ້ໃຊ້ງານປະມານ 300 ລ້ານຄົນ.

ແນວໃດກໍຕາມ, REDNOTE ບໍ່ແມ່ນພຽງແຕ່ແອັບດຽວທີ່ຜູ້ໃຊ້ຕິກຕັອກອາເມລິກາກຳລັງຍ້າຍໄປໃຊ້ ແຕ່ຍັງມີ Lemon8 ເຊິ່ງເປັນແອັບໃນເຄືອຂອງ ByteDance.

ສ່ວນແພລດຟອມອື່ນເຊັ່ນ: Instagram Reels ຫຼື YouTube Shorts ຊໍ້າພັດບໍ່ແມ່ນຕົວເລືອກຂອງບັນດາຜູ້ລີ້ໄພຈາກຕິກຕັອກ ເຊິ່ງເຫດຜົນຫຼັກກໍແມ່ນ ຄວາມບໍ່ເປັນມິດຕໍ່ຜູ້ສ້າງຄອນເທັນ ແລະ ການຂາດຄວາມຮູ້ສຶກຂອງການເປັນຊຸມຊົນ.

ໂດຍ: ທີມ Gadzila

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

Microsoft ປະກາດ ຈະເລີ່ມເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດ ໃນເດືອນ ກຸມພາ 2025 ເປັນຕົ້ນໄປ

ປະກາດຈາກ Microsoft ຈະເລີ່ມຕົ້ນເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດໃນເດືອນກຸມພາ 2025, ເພື່ອໃຫ້ຜູ້ໃຊ້ງານຍັງຄົງສະຖານະການເຂົ້າລະບົບຕະຫຼອດເວລາ ເຊິ່ງໝາຍຄວາມວ່າຫຼັງຈາກທີ່ຜູ້ໃຊ້ເຂົ້າສູ່ລະບົບບັນຊີ Microsoft ຂອງຕົວເອງໄດ້ແລ້ວ. ຫຼັງຈາກນີ້ ກໍຈະບໍ່ຈຳເປັນຕ້ອງເຂົ້າສູ່ລະບົບໃໝ່ທຸກຄັ້ງທີ່ຈະເປີດໃຊ້ງານແອັບ ຫຼື ບໍລິການທີ່ກ່ຽວຂ້ອງກັບ...

Gadzila

ມາກ ຊັກເຄີເບີກ ບອກເອງຈະເຊົາເຊັນເຊີຄອນເທັນ ເປີດເສລີການສະແດງອອກໃນ FACEBOOK & INSATANGRAM

ພໍແລ້ວພໍ! ອ້າຍມາກ ຊັກເຄີເບີກ ອອກມາບອກເອງ ນີ້ເປັນໂລກຍຸກໃໝ່ ຈະຢຸດການເຊັນເຊີຄອນເທັນໃນ Facebook ແລະ Instagram ພ້ອມບອກວ່າ ເຮົາຕ້ອງມີເສລີພາບໃນການສະແດງອອກ ມາກ...

Gadzila

SAMSUNG GALAXY S25 SERIES ບໍ່ແມ່ນພຽງແຕ່ມືຖື ແຕ່ເປັນຜູ້ຊ່ວຍສ່ວນຕົວເຮັດໃຫ້ຊີວິດສະບາຍຂຶ້ນ

Samsung Galaxy S25 Series ຫຼາຍກວ່າມືຖື ຄືຜູ້ຊ່ວຍສ່ວນຕົວທີ່ເຕີມເຕັມຊີວິດຍຸກໃໝ່ Samsung Laos ໄດ້ເປີດຕົວ Galaxy S25 Series...

Gadzila

ຮູ້ຫຍັງບໍ່ສູ້ ຮູ້ AI – ປີ 2025 ຄວນເພີ່ມຄວາມຮູ້ດ້ານ AI ເປັນໜຶ່ງໃນທັກສະທີ່ເຮົາຕ້ອງມີ

ເປັນຫຍັງເຮົາຈຶ່ງຍົກເອົາເລື່ອງນີ້ມາເວົ້າ? ນັ້ນກໍເພາະວ່າໃນປີທີ່ຜ່ານມາ ເຮົາເຫັນການປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວຂອງ AI ເຊິ່ງເປັນສັນຍານວ່າ ໃນອະນາຄົດອັນໃກ້ນີ້ ມັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການໃຊ້ຊີວິດ ແລະ ການເຮັດວຽກຂອງເຮົາ. ຂະໜາດໃນຕອນນີ້ເອງທີ່ຜູ້ຂຽນກຳລັງຂຽນບົດຄວາມນີ້...