ໜ້າຫຼັກ The Interview ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ
The Interview

ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

Share

ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ.

ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ ແລະ ຫົວໃຈຂອງຄົນຮຸ່ນໃໝ່.

AiiLA ຫຼື ຄຳຫລ້າ ນາບຸນແພງ ນັກຮ້ອງໄວອາຍຸ 25 ປີ ຈາກແຂວງຫຼວງນ້ຳທາຂອງລາວ ແລະ ອີກດ້ານໜຶ່ງກໍເປັນເຈົ້າຂອງທຸລະກິດສ່ວນຕົວ.

ຍ້ອນກັບໄປເມື່ອ 10 ປີຄືນຫຼັງ ໃນປີ 2012-2013, ໃນຕອນທີ່ເພງລາວເຮົາກຳລັງມາແຮງ ເຊິ່ງຕອນນັ້ນລາວເອງກໍຍັງໜຸ່ມນ້ອຍ ແລະ ໄດ້ໄປຮຽນມັດທະຍົມຕົ້ນຢູ່ນະຄອນຫຼວງວຽງຈັນ. ລາວໄດ້ຊຶມຊັບກັບເພງລາວໃນຍຸກນັ້ນຫຼາຍ ແລະ ລາວບອກກັບທີມງານມ່ວນວ່າ ຕົນເອງໄດ້ຟັງເພງລາວທຸກມື້ ບໍ່ວ່າຈະເລີກຮຽນ ຫຼື ໃນໂຮງຮຽນ ແລະ ໃນເວລາວ່າງກໍຈະມີການສົ່ງຈົດໝາຍຂໍເພງທີ່ເປີດໃນໂຮງຮຽນ.

“ທຸກໆແລງວັນສຸກ ໃນຕອນນັ້ນ ສິລະປິນທີ່ມາແຮງ ທີ່ຂ້ອຍມັກຟັງ ແມ່ນ ວົງ Pull T Club, Idolz, Cells, ຕ່າຍ ອາກາດ ແລະ ອ້າຍ ຕ້າ ເອແພັກ. ແລ້ວກໍມີອີກຫຼາຍໆເພງ ຫຼາຍໆສິລະປິນ. ເພງ ‘ຄົນບໍ່ສຳຄັນ’ ເພງນີ້ມັກແຮງເລີຍຟັງເຊົ້າ ຟັງແລງ.”

ລາວເລົ່າສູ່ຟັງວ່າ ຄວາມລໍາບາກ ແລະ ອຸປະສັກຂອງການເປັນສິລະປິນໃນລາວ ສໍາລັບໂຕເອງແມ່ນການເຂົ້າເຖິງ.

“ລາວຟັງລາວຍັງໜ້ອຍ ແລະ ລາວບໍ່ຍອມຮັບລາວຍັງຫຼາຍ. ອັນນີ້ຄືຄວາມຈິງທີ່ສິລະປິນທຸກຄົນຕ້ອງເຈິ ແລະ ຂາດການສະໜັບສະໜຸນ ເຮັດໃຫ້ສິລະປິນລາວຫຼາຍຄົນໄປບໍ່ເຖິງຝັນເພາະທຸກຢ່າງມັນມີຕົ້ນທຶນ.”

AiiLA ກ່າວວ່າ ຜົນງານເພງທີ່ຕົນເອງຮູ້ສຶກພາກພູມໃຈທີ່ສຸດແມ່ນ “ໂສພາ” ເນື່ອງຈາກເປັນເພງທໍາອິດ ເປັນເພງແຈ້ງເກີດຂອງລາວ ເຮັດໃຫ້ມີກຸ່ມຄົນຟັງທັງໃນ ແລະ ຕ່າງປະເທດ ລວມທັງເປັນເພງທີ່ເອົາວັດທະນະທຳລາວຍຸກເກົ່າມາເຜີຍແຜ່ສູ່ສາຍຕາຜູ້ຟັງທົ່ວໄປ.

ຫຼັງຈາກທີ່ເຮັດເພງມາໄດ້ໄລຍະໜຶ່ງ, AiiLA ກໍເປັນທີ່ຮູ້ຈັກຫຼາຍຂຶ້ນ ມີທັງຜູ້ຟັງທີ່ເປັນຄົນລາວ ແລະ ຕ່າງປະເທດ ແລະມາຮອດປີ 2023 ລາວກໍໄດ້ໂອກາດທີ່ຈະກ້າວເດີນໄປສູ່ເສັ້ນທາງທີ່ເຮັດໃຫ້ເຕີບໃຫຍ່ຂຶ້ນ ຈາກການໄດ້ເປັນໜຶ່ງໃນສິລະປິນທີ່ໄດ້ຮ່ວມສະແດງໃນ Sabaidee Fest ທີ່ເປັນເທດສະການດົນຕີ-ວັດທະນະທຳ ຂອງຊາວອາຊີຕາເວັນອອກສ່ຽງໃຕ້ ຢູ່ສະຫະລັດອາເມລິກາ.

AiiLA ເລົ່າວ່າ ປະສົບການຂຶ້ນສະແດງຄອນເສີດທີ່ ສະຫະລັດອາເມລິກາ ທໍາອິດເລີຍກໍຄື “ຄວາມຕື່ນເຕັ້ນ”.

“ຢ້ານແຮງເພາະບໍ່ເຄີຍຂຶ້ນເວທີໃຫຍ່ແບບນັ້ນມາກ່ອນ. ຄິດໃນໃຈວ່າຕາຍແທ້ ບາດນີ້ເຂົາສິຈັບຜິດ, ຈັບຈຸດເຮົາບໍ? ເຮົາສິສະແດງອອກມາໄດ້ດີບໍ? ມີແຕ່ຄວາມຢ້ານ. ແຕ່ພໍເຮົາໄດ້ໄປຢືນຢູ່ກາງເວທີນັ້ນຄວາມກົດດັນມັນຫາຍໄປໝົດເລີຍ. ໄດ້ຍິນ fc ຮ້ອງໃສ່ AiiLA AiiLA ເຮັດໃຫ້ຂ້ອຍມີໃຈຫຼິ້ນໂຄດໆເລີຍ. ແຟນຄລັບທຸກຄົນໜ້າຮັກຫຼາຍ. ຖືວ່າເປັນກັນເອງ ແລະ ມ່ວນຫຼາຍ.”

ສຳລັບຜົນງານເພງທີ່ຜ່ານມາຂອງລາວມີຢູ່ຫຼາຍເພງ ເຊັ່ນ: “ງາມອີ່ຫຼີ”, “ເຂົາມາກ່ອນ”, “I Love Hmong Girl Zoo Tiag Tiag”, “ມະຫັດສະຈັນ” ແລະ “ເຂົ້າມາເຮັດໃຫ້ເຈັບອີກແນ່”.

ໃນແຕ່ລະເພງຂອງລາວມັກຈະມີການນຳສະເໜີຄວາມເປັນລາວ ແລະ ອັດຕະລັກຂອງຊົນເຜົ່າ ເຂົ້າໄປນຳ ບໍ່ວ່າຈະເປັນການນຸ່ງຖື ເຊັ່ນໃນເພງ “ເຂົາມາກ່ອນ” ທີ່ເຄື່ອງແຕ່ງກາຍໃນເອັມວີເປັນເຄື່ອງນຸ່ງຂອງຊົນເຜົ່າ ຫຼື ໃນເພງ “ມະຫັດສະຈັນ” ທີ່ມີການໃຊ້ເຄື່ອງດົນຕີລາວ ເຊັ່ນ ລະນາດ ເຂົ້າມານຳ.

ນອກຈາກນັ້ນ ກໍຍັງມີເນື້ອຮ້ອງບາງສ່ວນທີ່ໃຊ້ພາສາມົ້ງ ເຊິ່ງລາວໄດ້ເປີດເຜີຍກັບທີມງານມ່ວນວ່າ ທີ່ເລືອກເອົາພາສາມົ້ງເຂົ້າມາໃຊ້ໃນເນື້ອເພງ ແມ່ນເນື່ອງຈາກມີຜູ້ຟັງທີ່ເປັນຄົນມົ້ງຕິດຕາມຜົນງານເພງຂອງລາວເປັນຈຳນວນຫຼາຍ.

ພາບຈາກ MV ເພງ ເຂົາມາກ່ອນ ໂດຍ AiiLA x SOPHAN x ສິລິພອນ ສີປະເສີດ

ສາມາດຕິດຕາມການເຄື່ອນໄຫວຂອງ AiiLA ໄດ້ທີ່:

YouTube: AiiLA

YouTube: Kingdom Production

Facebook: Aii LA

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
The Interview

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ມາແຮງກັນສຸດໆໃນຕອນນີ້ກັບແຣັບເປີສາວໜ້າໃໝ່ເຈົ້າຂອງເພງ “ສາວປັອບສະຕາ” ທີ່ມາໃນແນວສະໜຸກສະໜານມ່ວນຊື່ນ ແລະ ເພງ “ບໍ່ເປັນຫຍັງ” ທີ່ມາໃນແນວຊື້ງໆເສົ້າໆແຕ່ຕ້ອງຂໍບອກວ່າທັງສອງເພງແມ່ນມ່ວນ ແລະ ຟັງງ່າຍ, ທຸກຄົນຕ້ອງໄດ້ລອງຟັງກັນ. ພອນສະຫວັນ ໂຊກປີຊາ...

The Interview

ສ້າງຜົນງານ Art Toy ສິລະປະດ້ວຍແສງແຫ່ງຄວາມຫວັງ ຈາກຈິນຕະນາການຂອງ PhoudDoodle

ມື້ນີ້ມ່ວນຈະພາມາຮູ້ຈັກ Phoudthasone Souksompheng ຫຼື ພຸດ, ຊື່ໃນວົງການງານສິນກໍຄື PhoudDoodle ເຊິ່ງຫຼາຍໆຄົນຄົງຈະຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນວົງການສິລະປະ. ດ້ວຍຮູບແບບການແຕ້ມທີ່ມີເອກະລັກສະເພາະຕົວໃນສະໄຕລ໌ລາຍເສັ້ນແບບ Doodle...

The Interview

Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop

ມ່ວນຄິດວ່າຫຼາຍໆຄົນຄົງຢາກທີ່ຈະຮູ້ຈັກກັບສາວນ້ອຍສຽງຫວານຄົນນີ້ແນ່ນອນເລີຍ ເພາະເພງຂອງລາວຖືວ່າ Hit ຕິດກະແສສຸດໆ ແລະ ອົດທີ່ຈະແພງກັບຄວາມໜ້າຮັດສົດໃສນີ້ບໍ່ໄດ້, ທັງແນວເພງທີ່ສົດໃໝ່ບໍ່ຄືໃຜຕາມມາດ້ວຍເອກະລັກຂອງສາວນ້ອຍຄົນນີ້ Imel (ໄອເມລ) ຫຼື ດອນມະນີ ເທບມຸງຄຸນ...

The Interview

ຈີນ່າ ແຊຣ໌ປະສົບການຕິດຢູ່ໃນບົດບາດທີ່ສະແດງ ຕົວລະຄອນ ເນດ ໃນສຸກໃຈ It’s Okay the series

ມື້ນີ້ມ່ວນຈະພາມາຮູ້ຈັກກັນໃຫ້ຫຼາຍຂຶ້ນກັບນັກສະແດງສາວ “ທິດາວັນ ອຸດົມວິໄລ ຫຼື ຈີນ່າ” ປັດຈຸບັນ ອາຍຸ 23 ປີ, ຮັບບົດເປັນ ເນດ ໃນເລື່ອງ...