ໜ້າຫຼັກ ສິລະປິນລາວ

ສິລະປິນລາວ

3 ບົດຄວາມ
The Interview

ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ. ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ ແລະ ຫົວໃຈຂອງຄົນຮຸ່ນໃໝ່. AiiLA ຫຼື ຄຳຫລ້າ ນາບຸນແພງ ນັກຮ້ອງໄວອາຍຸ 25 ປີ ຈາກແຂວງຫຼວງນ້ຳທາຂອງລາວ ແລະ...

ມ່ວນຊວນຟັງ

ໃນຄວາມໂດດດ່ຽວ ແລະ ເຈັບປວດ ຍັງມີຄວາມຫວັງ ພາສຳຫຼວດ SOLE ແລະ LSD ສອງເພງທຳອິດຈາກ ALCHEMIST LOVE STORY

Alchemist Love Story ກຸ່ມສິລະປິນອັລເທີເນທີຟຣັອກ (Alternative Rock) ສັນຊາດລາວ ໄດ້ປ່ອຍຜົນງານຊຸດທຳອິດຂອງພວກເຂົາອອກມາແລ້ວ ໃນ chapter ເປີດໂຕ Behind the Brightest Light ປະກອບດ້ວຍ 2 ເພງທີ່ເຕັມໄປດ້ວຍຫຼາກຫຼາຍອາລົມ ກໍຄື “SOLE” ແລະ “LSD”. ທັງສອງເພງນີ້ພາຜູ້ຟັງເດີນທາງຜ່ານອາລົມແບບດິບໆໃນຊີວິດທີ່ເຕັມໄປດ້ວຍການຕໍ່ສູ້ດິ້ນລົນ...

The Interview

ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 & 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘

ມື້ນີ້ມ່ວນຈະພາມາຮູ້ຈັກກັບເຈົ້າຂອງເຟສບຸກເພຈ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 ແລະ 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘 ໃຫ້ຫຼາຍຂຶ້ນ, ເພາະລາວຜູ້ນີ້ເປັນຜູ້ສ້າງສັນຜົນງານຈາກເລື່ອງລາວປະຫວັດສາດໃນອະດີດ, ການຄົ້ນຫາຄວາມໝາຍໃນການອອກແບບ. ຖືວ່າເປັນບຸກຄົນທີ່ໜ້າສົນໃຈ ແລະ ໜ້າຕິດຕາມກ່ຽວກັບແຮງບັນດານໃຈຜູ້ທີ່ມີຄວາມຮັກໃນການຄົ້ນຄວ້າປະຫວັດສາດລາວ. ສະບາຍດີ, ກ່ອນອຶ່ນຂໍຂອບໃຈທາງທີມງານມ່ວນທີ່ສົນໃຈຜົນງານ ແລະ ໃຫ້ກຽດສຳພາດຂ້ອຍ. ຂ້ອຍເອງຊື່ ທ້າວ ວິລະ ພູ່ນວົງສາ ອາຍຸ 27 ຍ່າງເຂົ້າ...