ໜ້າຫຼັກ The Interview ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 & 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘
The Interview

ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 & 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘

Share

ມື້ນີ້ມ່ວນຈະພາມາຮູ້ຈັກກັບເຈົ້າຂອງເຟສບຸກເພຈ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 ແລະ 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘 ໃຫ້ຫຼາຍຂຶ້ນ, ເພາະລາວຜູ້ນີ້ເປັນຜູ້ສ້າງສັນຜົນງານຈາກເລື່ອງລາວປະຫວັດສາດໃນອະດີດ, ການຄົ້ນຫາຄວາມໝາຍໃນການອອກແບບ. ຖືວ່າເປັນບຸກຄົນທີ່ໜ້າສົນໃຈ ແລະ ໜ້າຕິດຕາມກ່ຽວກັບແຮງບັນດານໃຈຜູ້ທີ່ມີຄວາມຮັກໃນການຄົ້ນຄວ້າປະຫວັດສາດລາວ.

ສະບາຍດີ, ກ່ອນອຶ່ນຂໍຂອບໃຈທາງທີມງານມ່ວນທີ່ສົນໃຈຜົນງານ ແລະ ໃຫ້ກຽດສຳພາດຂ້ອຍ. ຂ້ອຍເອງຊື່ ທ້າວ ວິລະ ພູ່ນວົງສາ ອາຍຸ 27 ຍ່າງເຂົ້າ 28 ປີ, ປັດຈຸບັນເຮັດອາຊີບເປັນນັກອອກແບບອິດສະຫຼະ ແລະ ເປັນພໍ່ຄ້າທີ່ມີຮ້ານຂາຍເສື້ອຜ້ານ້ອຍໆຊື່ວ່າ ສະເໜ່ຊ໋ອບ (Snae Shop), ສ່ວນງານຄົ້ນຄວ້າກ່ຽວກັບປະຫວັດສາດ ແລະ ວັດທະນາທຳລາວແມ່ນເປັນງານອະດິເຫຼກຊື່ໆ ແລະ ຕ້ອງຂອບໃຈທີ່ມັກກັບສິ່ງທີ່ເຮົາເຮັດ.

ເຮົາເປັນພຽງຄົນທຳມະດາຄົນໜຶ່ງທີ່ບໍ່ໄດ້ພິເສດກວ່າໃຜ, ແຕ່ສິ່ງໜຶ່ງທີ່ເຮົາຍຶດຖືໃນການໃຊ້ຊີວິດກໍຄືຄິດຫຍັງແລ້ວຕ້ອງລົງມືເຮັດທັນທີ ແລະ ເມືອໄດ້ລົງມືເຮັດແລ້ວຕ້ອງເຮັດມັນຈົນກວ່າຈະສຳເລັດ. ອີກຈຸດໜຶ່ງທີ່ເຮັດໃຫ້ເຮົາເປັນເຮົາທຸກມື້ນີ້, ຍ້ອນເຮົາເປັນຄົນມັກອ່ານໜັງສື ແລະ ເປັນຄົນມັກສັງເກດ, ມັກຫາຄຳຕອບຂອງທີ່ໄປທີ່ມາຂອງສິ່ງຕ່າງໆທີ່ຢູ່ອ້ອມຕົວສະເໝີ. ອາດດ້ວຍສາເຫດນີ້ກໍເປັນໄປໄດ້ທີ່ເຮັດໃຫ້ເຮົາເປັນຄົນທີ່ມັກເລື່ອງປະຫວັດສາດ.

ຈຸດເລີ່ມຕົ້ນໃນການສ້າງເພຈທັງສອງ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 & 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘 ຂໍອະນຸຍາດເລົ່າແບບກະທັດຮັດເດີ, ເພາະເລື່ອງມັນຍາວຫຼາຍ.

𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 ເກີດຂຶ້ນມາໄດ້ຍ້ອນການຕັດສິນໃຈຢ່າງເດັດຂາດແລ້ວວ່າຈະບໍ່ກັບໄປເຮັດວຽກປະຈຳອີກແລ້ວ, ໂດຍສ່ວນຕົວບໍ່ໄດ້ມີອັກຄະຕິຫຍັງກັບວຽກປະຈຳ, ພຽງແຕ່ເຮົາບໍ່ມັກຊື່ໆການທີ່ຈະຖືກຕີກອບວ່າສິ່ງນີ້ຜິດ ແລະ ສິ່ງນັ້ນຖືກ. ມັນເປັນການທຳລາຍຄວາມຄິດສ້າງສັນຂອງເຮົາ, ເຮົາເລີຍເລືອກທີ່ຈະບໍ່ຢູ່ໃນກອບອີກຕໍ່ໄປເທົ່ານັ້ນ. ຫຼັງຈາກອອກວຽກປະຈຳແລ້ວກໍມາເຮັດ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 ຂໍຍອມຮັບວ່າຕອນເລີ່ມທຳອິດແມ່ນລຳບາກຫຼາຍ, ແຕ່ເຮົາກໍມີຄວາມສຸກ ແລະ ເຄົາລົບໃນຄວາມກ້າຫານຂອງຕົນເອງທີ່ເລືອກທາງນີ້. ເລີ່ມກາຍເປັນທີ່ຮູ້ຈັກຂອງຄົນໃນສັງຄົມຫຼາຍຂຶ້ນຍ້ອນເຮົາເອົາຮູບສາມນາງໃນເງິນ 1000 ກີບມາພິມໃສ່ເສື້ອຍືດຂາຍ.

𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘 ດ້ວຍເປັນຄົນມັກອ່ານເລື່ອງປະຫວັດສາດຢູ່ແລ້ວຈຶ່ງມີຂໍ້ມູນຫຼາຍ, ກ່ອນໜ້ານີ້ເຄີຍໂພສໃນເຟສສ່ວນຕົວ, ແຕ່ຮູ້ສຶກຄົນອ້ອມຂ້າງບໍ່ມີໃຜເຂົ້າໃຈໃນສິ່ງທີ່ເຮົາຢາກສື່ສານເລີຍມາຕັ້ງເປັນເພຈໃຫ້ເປັນກິດຈະລັກສະນະ. ຕອນເຮັດທຳອິດບໍ່ເຄີຍຈະຄິດວ່າຈະມີຜູ້ຕິດຕາມຫຼາຍຄືໃນປັດຈຸບັນ. ຈຸດປະສົງແມ່ນຢ່ງໜ້ອຍສຸດກະຂໍໃຫ້ມັນເປັນບ່ອນເກັບຂໍ້ມູນເພື່ອເວລາຢາກໄດ້ຫຍັງກະໄປຊອກຄືນໃນນັ້ນ. ແຕ່ກະຕ້ອງຂອບໃຈທີ່ມີຄົນມັກໃນສິ່ງທີ່ເຮົາເຮັດ, ເປັນຍ້ອນທີ່ເຮົາມັກອ່ານນີ້ລະເວລາທີ່ເຮົາຄິດອອກແບບຫຍັງມັນກໍເລີຍມີຄັງຂໍ້ມູນໃນຫົວທີ່ສາມາດເບີກອອກມານຳໃຊ້ກັບງານອອກແບບຕ່າງໆໄດ້ໃນເວລາຈຳເປັນ.

ສິ່ງທີ່ເຮັດຫຼົງຮັກໃນການຄົ້ນຄວ້າປະຫວັດສາດລາວ ແລະ ການຊອກຫາຂໍ້ມູນພວກນີ້ມາໄດ້ຍ້ອນວ່າເຮົາເປັນຄົນມັກຄວາມຄິດ, ມັກສັງເກດສິ່ງອ້ອມກາຍ ແລະ ຫາຄຳຕອບວ່າເປັນຫຍັງຈຶ່ງເປັນແບບນັ້ນ, ທຸກສິ່ງທຸກຢ່າງມັນມີເຫດປັດໄຈຂອງມັນ. ອາດເປັນຍ້ອນປະຫວັດສາດມັນອະທິບາຍເລື່ອງພວກນີ້ໄດ້ກໍເລີຍມັກ, ແຕ່ເຮົາກໍ່ບໍຄວນອ່ານປະຫວັດສາດແຕ່ເຫຼັ້ມດຽວ, ຂໍ້ມູນພວກນີ້ຫາອ່ານໄດ້ຕາມຫໍສະໝຸດ, ບາງສ່ວນກະຊື້ໜັງສືມາອ່ານ, ຖ້າເປັນປື້ມຫາຍາກແດ່ກ່ຽວກັບລາວກະສາມາດອ່ານຜ່ານ Website ຫໍສະໝຸດຕ່າງໆໄດ້ (ດຽວຈະຖິ້ມລິ້ງເວັບໄຊ້ທີ່ມັກເຂົ້າໄປອ່ານປະຈໍາໄວ້ທ້າຍໂພສໃຫ້.

ຄວາມໝາຍກ່ຽວກັບອິນໂທຣທີ່ຂຶ້ນໄວ້ໜ້າເພຈ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍

“ນຸ່ງຜ້າລາຍ ໝາເຫົ່າ” ເປັນສຳນວນບູຮານລາວແປວ່າ: ເວລາເຮັດອີ່ຫຍັງທີ່ແຕກຕ່າງຈາກຄົນອື່ນໃນຕອນທໍາອິດມັກຈະຖືກວິພາກວິຈານ ແລະ ຕໍ່ຕ້ານສະເໝີ. ເປັນເລື່ອງທີ່ມີມາແຕ່ບູຮານນະການແລ້ວ, ແຕ່ເໜືອສິ່ງອື່ນໃດເມື່ອເຮົາຮູ້ໃນໃຈເຮົາແລ້ວວ່າເຮົາເຮັດສິ່ງທີ່ຖືກຕ້ອງແລ້ວກໍບໍ່ຈໍາເປັນຕ້ອງໄປສົນໃຈ ແລະ ເຮັດວຽກຂອງເຮົາຕໍ່ໄປດີກວ່າ.

ຄວາມໝາຍກ່ຽວກັບອິນໂທຣທີ່ຂຶ້ນໄວ້ໜ້າເພຈ 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘

“ປະຫວັດສາດ ເຮັດໃຫ້ຄົນສະຫຼາດ ແລະ ບໍ່ເຮັດຜິດພາດໃນເລື່ອງເກົ່າ” ໂຕນີ້ຕາມຫົວຂໍ້ເລີຍເພາະຈຸດປະສົງຫຼັກໆຂອງການຮຽນປະຫວັດສາດກໍເພື່ອສິ່ງນີ້ລະ, ອັນໃດທີ່ເປັນປະໂຫຍດກໍເອົາມານໍາໃຊ້. ແຕ່ອັນໃດທີ່ເວົ້າແລ້ວຜິດກັນສຶກສາໄດ້ແຕ່ກໍ່ບໍ່ຄວນເອົາມາເວົ້າຫຼາຍ.

ແຮງບັນດານໃຈໃນການອອກແບບທີ່ມີເອກະລັກລາຍນາກຄູ່ ແລະ ຮູບແບບງານທີ່ມີເອກະລັກຄວາມເປັນລາວ. ເຮົາຄິດວ່າຄົນທີ່ຄວນຮູ້ຈັກເມືອງລາວດີທີ່ສຸດກະຄືຄົນລາວ ແລະ ເຮົາກໍຢາກເປັນຄົນໆນັ້ນ. ແທນທີ່ຈະເອົາຄວາມຮູ້ໄປຂຽນເປັນປື້ມ ຫຼື ບົດຄວາມຢ່າງດຽວ, ເປັນຫຍັງ? ເຮົາຄືບໍ່ລອງເອົາມັນມາປະສານເຂົ້າກັບອາຊີບນັກອອກແບບກຣາຟິກທີ່ເຮົາເຮັດ. ສຸດທ້າຍກໍເລີຍກາຍເປັນກຣາຟິກສະຕາຍລາວໆ ແລະ ມີຄວາມຍ້ອນຍຸກນໍາແບບທີ່ທຸກຄົນເຫັນ.

ຄວາມເປັນໄປເປັນມາໃນການໄດ້ນໍາໃຊ້ລິຂະສິດສາມນາງທີ່ມີຢູ່ໃນຕໍານານເງິນໃບຄວາຍ (ໃບພັນກີບ). ຄໍາຖາມນີ້ເປັນຄໍາຖາມທີ່ມີຄົນຖາມເຮົາຫຼາຍທີ່ສຸດ ແລະ ເຮົາຂໍອະນຸຍາດບໍ່ຕອບຍືດຍາວ, ເຮົາບອກໄດ້ແຕ່ພຽງວ່າ “ເຮົາໄດ້ເຮັດທຸກຢ່າງຖືກຕ້ອງທັງຕາມຫຼັກກົດໝາຍ ແລະ ຈະລິຍະທຳແລ້ວ, ບໍ່ມີໃຜໄດ້ຮັບຄວາມເດືອດຮ້ອນ ຫຼື ອັບປະໂຫຍດໃນສິ່ງທີ່ພວກເຮົາເຮັດຢ່າງແນ່ນອນ”.

ຄວາມທ້າທາຍຂອງການຄົ້ນຄວ້າຂໍ້ມູນເກົ່າທີ່ມີບໍ່ຫຼາຍເພາະໜັງສືເກົ່າໆທີ່ໜ້າສົນໃຈແມ່ນບໍ່ຖືກນໍາເອົາມາຕີພິມຊໍ້າ, ເຫຼືອພຽງແຕ່ຫົວຂາດໆເກົ່າໆ. ຕ່າງຈາກປະເທດເພື່ອນບ້ານທີ່ມີໜັງສືກ່ຽວກັບປະຫວັດສາດຫຼາຍ, ອາດເປັນຍ້ອນເຂົາມີນັກຄົ້ນຄວ້າຫຼາຍ.

ສ່ວນບ້ານເຮົາເຂົ້າໃຈວ່າທຸກຄົນບໍ່ໄດ້ໃຫ້ຄວາມສໍາຄັນກັບເລື່ອງນີ້ຍ້ອນວຸ່ນກັບການຫາລ້ຽງປາກລ້ຽງທ້ອງຫຼາຍກວ່າ. ໜັງສືທີ່ເປັນແນວສອນລວຍໃນລາວຈະເຫັນຫຼາຍ, ແຕ່ໂດຍສ່ວນໂຕແລ້ວເຮົາຈະມັກອ່ານແນວສີລະປະ – ວັດທະນະທຳ (ກ່ຽວກັບປະຫວັດສາດ) ແລະ ອີ່ຫຍັງທີ່ກ່ຽວກັບລາວຫຼາຍກວ່າ.

ຖ້າໃຜອ່ານມາຮອດບັນທັດນີ້ເຮົາຂໍຍໍມືນົບສາມບາດ, ສຸດທ້າຍຢາກຝາກໄວ້ວ່າເຮົາກໍເປັນພຽງຄົນທຳມະດາຄົນໜຶ່ງ, ທີ່ບໍ່ໄດ້ວິເສດວິໂສກວ່າໃຜ, ບໍ່ກ້າໄປສອນໃຜ. ແຕ່ເຮົາມີຄວາມເຊື່ອພຽງວ່າອັນໃດທີ່ເຮົາເຮັດໄປແລ້ວມັນບໍ່ແມ່ນ, ເຮົາກໍຄວນມີຄວາມກ້າທີ່ຈະປ່ຽນແປງ. ບໍ່ມີທາງໃດຖືກ ຫຼື ຜິດ ມີພຽງທາງທີ່ເລືອກກັບບໍ່ເລືອກກໍ່ເທົ່ານັ້ນເອງ, ແຕ່ເຮົາບໍ່ເຄີຍເສຍໃຈທີ່ເຮົາເລືອກທາງນີ້.

ໃຜທີ່ຢາກຮຽນຮູ້ກ່ຽວກັບປະຫວັດສາດ ແລະ ມັກການອອກແບບລວດລາຍທີ່ອີງຈາກຄວາມເປັນລາວແບບເກົ່າສາມາດເຂົ້າໄປຕິດຕາມໄດ້ເດີທີ່ເພຈ 𝐒𝐍𝐀É 𝐃𝐄𝐒𝐈𝐆𝐍 & 𝐒𝐍𝐀É 𝐇𝐈𝐒𝐓𝐎𝐑𝐘.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
The Interview

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ມາແຮງກັນສຸດໆໃນຕອນນີ້ກັບແຣັບເປີສາວໜ້າໃໝ່ເຈົ້າຂອງເພງ “ສາວປັອບສະຕາ” ທີ່ມາໃນແນວສະໜຸກສະໜານມ່ວນຊື່ນ ແລະ ເພງ “ບໍ່ເປັນຫຍັງ” ທີ່ມາໃນແນວຊື້ງໆເສົ້າໆແຕ່ຕ້ອງຂໍບອກວ່າທັງສອງເພງແມ່ນມ່ວນ ແລະ ຟັງງ່າຍ, ທຸກຄົນຕ້ອງໄດ້ລອງຟັງກັນ. ພອນສະຫວັນ ໂຊກປີຊາ...

The Interview

ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ. ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ...

The Interview

ສ້າງຜົນງານ Art Toy ສິລະປະດ້ວຍແສງແຫ່ງຄວາມຫວັງ ຈາກຈິນຕະນາການຂອງ PhoudDoodle

ມື້ນີ້ມ່ວນຈະພາມາຮູ້ຈັກ Phoudthasone Souksompheng ຫຼື ພຸດ, ຊື່ໃນວົງການງານສິນກໍຄື PhoudDoodle ເຊິ່ງຫຼາຍໆຄົນຄົງຈະຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນວົງການສິລະປະ. ດ້ວຍຮູບແບບການແຕ້ມທີ່ມີເອກະລັກສະເພາະຕົວໃນສະໄຕລ໌ລາຍເສັ້ນແບບ Doodle...

The Interview

Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop

ມ່ວນຄິດວ່າຫຼາຍໆຄົນຄົງຢາກທີ່ຈະຮູ້ຈັກກັບສາວນ້ອຍສຽງຫວານຄົນນີ້ແນ່ນອນເລີຍ ເພາະເພງຂອງລາວຖືວ່າ Hit ຕິດກະແສສຸດໆ ແລະ ອົດທີ່ຈະແພງກັບຄວາມໜ້າຮັດສົດໃສນີ້ບໍ່ໄດ້, ທັງແນວເພງທີ່ສົດໃໝ່ບໍ່ຄືໃຜຕາມມາດ້ວຍເອກະລັກຂອງສາວນ້ອຍຄົນນີ້ Imel (ໄອເມລ) ຫຼື ດອນມະນີ ເທບມຸງຄຸນ...