ໜ້າຫຼັກ Muan Tips ຮັກຕົວເອງບໍ່ເຄີຍເສຍໃຈເລີຍຈັກໜ້ອຍ – ຈະເຮັດແນວໃດໃນມື້ທີ່ເຮົາຕ້ອງຫັນມາດູແລຫົວໃຈຕົວເອງຫຼາຍຂຶ້ນ?
Muan Tips

ຮັກຕົວເອງບໍ່ເຄີຍເສຍໃຈເລີຍຈັກໜ້ອຍ – ຈະເຮັດແນວໃດໃນມື້ທີ່ເຮົາຕ້ອງຫັນມາດູແລຫົວໃຈຕົວເອງຫຼາຍຂຶ້ນ?

Share

ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ

ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ. ເຮົາສາມາດສ້າງສິ່ງນັ້ນໄດ້ດ້ວຍຕົວເອງ.

ແລ້ວຈະເຮັດແນວໃດໃຫ້ເຮົາຮັກໂຕເອງຫຼາຍຂຶ້ນລະ? ລອງເລີ່ມຈາກສິ່ງເລັກໆນ້ອຍໆ ເຫຼົ່ານີ້ກ່ອນກໍໄດ້.

  1. ຍອມຮັບຕົວເອງໃນແບບທີ່ເປັນ

ເຊົາປຽບທຽບຕົວເອງກັບຄົນອື່ນໄດ້ແລ້ວ. ທຸກຄົນມີຂ້ໍດີ ແລະ ຂໍ້ຜິດພາດໃນຕົວເອງ. ຢ່າຕັດສິນຕົວເອງຮຸນແຮງເກີນໄປ. ລອງຂຽນສິ່ງທີ່ເຮົາມັກກ່ຽວກັບຕົວເອງອອກມາຈັກ 2–3 ຂໍ້ໃນແຕ່ລະມື້ ມາເບິ່ງວ່າແຕ່ລະມື້ນັ້ນຈະມີເລື່ອງເລັກນ້ອຍໃດທີ່ເຮັດໃຫ້ເຮົາພູມໃຈໄດ້ແດ່?

  1. ຕັ້ງຂອບເຂດໃຫ້ຕົວເອງ

ຮຽນຮູ້ທີ່ຈະເວົ້າຄຳວ່າ “ບໍ່” ກັບສິ່ງທີ່ເຮັດໃຫ້ເມື່ອຍໃຈ. ການຮັກຕົວເອງແມ່ນການຮູ້ວ່າ ເຮົາບໍ່ຕ້ອງເຮັດທຸກຢ່າງເພື່ອເອົາໃຈຄົນອື່ນ. ຖ້າບໍ່ຢາກເຮັດຫຍັງທີ່ມັນຝືນໂຕເອງ ກໍພຽງແຕ່ເວົ້າວ່າ “ມື້ນີ້ບໍ່ສະດວກເດີ” ແບບນຸ່ມນວນ ໂດຍບໍ່ຕ້ອງຮູ້ສຶກຜິດເລີຍ.

  1. ໃສ່ໃຈຕົວເອງ

ເຮົາມັກຈະທຸ່ມເທເວລາເບິ່ງແຍງຄົນອື່ນ ແຕ່ບາງຄັ້ງກໍລືມດູແລ “ຫົວໃຈ” ຂອງຕົວເອງ. ຢ່າລືມໃຫ້ເວລາກັບສິ່ງທີ່ເຮົາຮັກ. ລອງຈັດມື້ໜຶ່ງໃນອາທິດໄວ້ດປັນ “ວັນສຳລັບຕົວເອງ” ທີ່ຢາກເຮັດຫຍັງກໍໄດ້ທີ່ເຮັດໃຫ້ເຮົາມີຄວາມສຸກ ບໍ່ວ່າຈະ ອ່ານປຶ້ມ, ຟັງເພງ ຫຼື ພຽງແຕ່ພັກຜ່ອນໂງ່ໆຢູ່ເຮືອນກໍຍັງໄດ້.

  1. ໃຫ້ອະໄພຕົວເອງ

ທຸກຄົນຜິດພາດໄດ້ ສະນັ້ນຢ່າຈົມກັບອະດີດຈົນເກີນໄປ ແຕ່ໃຫ້ເບິ່ງມັນເປັນບົດຮຽນແລ້ວກ້າວຕໍ່ໄປ. ເມື່ອເຮົາຮູ້ສຶກຜິດກັບສິ່ງໃດສິ່ງໜຶ່ງ, ໃຫ້ລອງຖາມຕົວເອງວ່າ “ເຮົາໄດ້ຮຽນຮູ້ຫັບງຈາກສິ່ງນີ້?” ແລ້ວປ່ອຍວາງແດ່ກໍໄດ້.

  1. ບອກຮັກຕົວເອງ

ໃນຂະນະທີ່ຜ່ານມາເຮົາເອົາແຕ່ບອກຮັກຄົນອື່ນ ຫຼື ໃຫ້ກຳລັງໃຈຄົນອ້ອມຂ້າງຢູ່ຕະຫຼອດ, ແລ້ວເປັນຫຍັງເຮົາຈຶ່ງບໍ່ມາລອງເວົ້າສິ່ງນັ້ນກັບຕົວເອງແດ່? ໃນແຕ່ລະເຊົ້າ ຫຼື ກ່ອນນອນ, ລອງຍິ້ມໃຫ້ກັບຕົວເອງໃນແວ່ນແລ້ວບອກວ່າ “ຂ້ອຍພູມໃຈໃນໂຕເຈົ້າ” ຫຼື “ມື້ນີ້ເຮົາເຮັດໄດ້ດີແລ້ວ” ເພື່ອສ້າງກຳລັງໃຈດີໆໃຫ້ກັບຕົວເອງ.

ສຸດທ້າຍແລ້ວ, ການຮັກຕົວເອງບໍ່ແມ່ນພຽງແຕ່ການເບິ່ງແຍງໃຫ້ເຮົາມີຄວາມສຸກ ແຕ່ມັນຄືການສ້າງພື້ນທີ່ປອດໄພ ແລະ ອົບອຸ່ນໃຫ້ກັບຫົວໃຈຂອງເຮົາເອງ. ບໍ່ມີໃຜຈະຮັກເຮົາໄດ້ເທົ່າກັບຕົວເຮົາເອງແລ້ວ 💕

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Muan Tips

Inadequacy behaviors ມັກປຽບທຽບຄົນອື່ນກັບຕົວເອງ ຈົນເຮັດໃຫ້ທຸກທໍລະມານຈິດໃຈ

ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ. Inadequacy behaviors...

Muan Tips

ເຊົາເດີເລີກກັບຄົນເກົ່າແລ້ວມີຄົນໃໝ່ເລີຍ ຊວນສ່ອງພຶດຕິກຳການມີແຟນເພາະຢາກຮັກ ຫຼື ກຳລັງຢ້ານຄວາມໂດດດ່ຽວ?

“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ....

Muan Tips

ເງິນໃນບັນຊີຕິດລົບ ແຕ່ຊີວິດຂ້ອຍຕ້ອງຕິດແກຣມ ພຶດຕິກຳສຸດ Hit ທີ່ໃຜກໍເປັນໄດ້ ຕ້ອງເຮັດແນວໃດຈຶ່ງບໍ່ໍຊັອດ?

Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ. ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ,...

Muan Tips

ຜູ້ຍິງທາເລັບສີແດງເຂົາວ່າແຮງວ່າແຮງແທ້ບໍ? ເປັນຫຍັງສາວໆຈຶ່ງນິຍົມ ແຊຣ໌ທິດສະດີເລັບແດງ (Red Nail Theory)

ຫຼາຍໆຄົນຄົງຈະສົງໄສວ່າເປັນຫຍັງເລັບສີແດງຈຶ່ງເປັນຕາດຶງດູດໃຈ? “Red Nail Theory  ຫຼື ທິດສະດີເລັບສີແດງ” ແມ່ນຄວາມເຊື່ອທີ່ວ່າ: ເລັບສີແດງນັ້ນຈະມີພະລັງງານເພີ່ມສະເໜ່, ຄວາມໝັ້ນໃຈ ແລະ ການດຶງດູດຄວາມສົນໃຈ, ໂດຍສະເພາະຈາກເພດກົງກັນຂ້າມ...