ໜ້າຫຼັກ Muan Tips ເງິນໃນບັນຊີຕິດລົບ ແຕ່ຊີວິດຂ້ອຍຕ້ອງຕິດແກຣມ ພຶດຕິກຳສຸດ Hit ທີ່ໃຜກໍເປັນໄດ້ ຕ້ອງເຮັດແນວໃດຈຶ່ງບໍ່ໍຊັອດ?
Muan Tips

ເງິນໃນບັນຊີຕິດລົບ ແຕ່ຊີວິດຂ້ອຍຕ້ອງຕິດແກຣມ ພຶດຕິກຳສຸດ Hit ທີ່ໃຜກໍເປັນໄດ້ ຕ້ອງເຮັດແນວໃດຈຶ່ງບໍ່ໍຊັອດ?

Share

Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ.

ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ, ດູດີ ແລະ ມີສະໄຕລ໌ໃນທຸກໆດ້ານ ລວມເຖິງການແຕ່ງກາຍ, ການແຕ່ງໜ້າ, ການເຂົ້າສັງຄົມ, ການທ່ຽວ ຫຼື ການໃຊ້ຊີວິດ, ການໃຊ້ຈ່າຍທີ່ຟຸ່ມເຟື່ອຍເປັນທີ່ຍອມຮັບໃນສັງຄົມ.

ຖ້າຫາກວ່າການຕິດແກຣມແຕ່ເງິນໃນບັນຊີລົບເດພວກເຮົາຈະເຮັດແນວໃດດີ? ເພາະມັນກໍບໍ່ສະເໝີໄປທີ່ເຮົາຈະຮັກສາສະຖານະດ້ານການເງິນໃຫ້ດີໄດ້ຕະຫຼອດດ້ວຍເສດຖະກິດ ຫຼື ບັນຫາລາຍຮັບ-ລາຍຈ່າຍ ໃນຍຸກແບບນີ້ມັນກະຕ້ອງມີການຊັອດແດ່ ພວກເຮົາຈະຫຼີກໜີຜົນກະທົບຈາກພຶດຕິກຳນີ້ໄດ້ແນວໃດເພື່ອພວກເຮົາຍັງຄົງມີຊີວິດໄດ້ດີໃຫ້ຕິດແກຣມຕໍ່ໄປໄດ້ ມື້ນີ້ມ່ວນເລີຍມີວິທີການປັບຕົວ ແລະ ຊ່ວຍແກ້ໄຂບັນຫາມາຝາກທຸກຄົນ.

  1. ການປະເມີນຄ່າໃຊ້ຈ່າຍ

ເລີ່ມຕົ້ນດ້ວຍການເຮັດລາຍການທີ່ເຈົ້າຈະໃຊ້ຈ່າຍ, ໃຫ້ເບິ່ງວ່າເຈົ້າຈະມີຫຍັງພໍໃຫ້ປັບ ຫຼື ຫຼຸດໄດ້ເຊັ່ນ: ເສື້ອຜ້າ, ແບຣນແນມ ແລະ ການກິນ-ທ່ຽວ. ຄວນຈັດລຳດັບຄວາມສຳຄັນ ແລະ ຄວນຕັດສິນໃຈວ່າການໃຊ້ຈ່າຍແບບໃດທີ່ຈຳເປັນ ແລະ ສາມາດຫຼຸດໄດ້ຊົ່ວຄາວ.

2. ການວາງແຜນງົບປະມານ

ສ້າງງົບປະມານລາຍເດືອນທີ່ຊັດເຈນ ແລະ ຕັ້ງວົງເງິນທີ່ເຈົ້າສາມາດໃຊ້ໄດ້ໃນແຕ່ລະປະເພດເຊັ່ນ: ຄ່າອາຫານ, ເຄື່ອງໃຊ້ທີ່ຈຳເປັນ ແລະ ຄ່າເຂົ້າສັງຄົມ. ໃຊ້ແອັບ ຫຼື ໂປຣແກຣມຊ່ວຍໃນການບັນທຶກ, ເພື່ອໃຫ້ເຈົ້າເຫັນພາບຊັດເຈນວ່າເຈົ້າໃຊ້ເງິນໃນສ່ວນໃດແດ່ແລ້ວ.

3. ຫາລາຍໄດ້ເສີມ

ຫາກລາຍຮັບໃນປັດຈຸບັນບໍ່ພໍໃຊ້ໃຫ້ເຈົ້າລອງຫາວຽກເສີມທີ່ເຂົ້າກັບທັກສະຂອງເຈົ້າເຊັ່ນການເຮັດຄອນເທັ້ນ, ການເຮັດວຽກຟຣີແລນຊ໌, ການຂາຍເຄື່ອງອອນລາຍ ຫຼື ນຳເຄື່ອງທີ່ບໍ່ໄດ້ໃຊ້ໄປຂາຍ.

4. ຕັ້ງເປັ້າໝາຍການເງິນໄລຍະຍາວ

ໃຫ້ວາງແຜນການເງິນ ແລະ ຕັ້ງເປົ້າໝາຍໃນແຕ່ລະເດືອນວ່າເຈົ້າຕ້ອງການເກັບເງິນເທົ່າໃດ ເພື່ອສ້າງນິໄສການໃຊ້ຈ່າຍເກີນຄົວ ແລະ ການຫຼຸດພຶດຕິກຳການສ້າງໜີ້ສິນ. ເລືອກການໃຊ້ກົດ 50/30/20: ແບ່ງອອກໄວ້ 50% ສຳລັບຄ່າໃຊ້ຈ່າຍຈຳເປັນ, 30% ສຳລັບສິ່ງທີ່ເຈົ້າຕັ້ງເປົ້າເພື່ອເຮັດຫຍັງທີ່ຕ້ອງການ ແລະ  20% ສຳລັບການເກັບອອມ ແລະ ໃຊ້ໜີ້

ການທີ່ເຮົາມັກໃຊ້ຊີວິດຕິດແກຣມແມ່ນເປັນສິ່ງທີ່ບໍ່ຜິດ ແລະ ສາມາດເລືອກຕາມທີ່ເຮົາຕ້ອງການໄດ້, ພຽງແຕ່ເຮົາຕ້ອງບໍລິຫານຈັດການໃຫ້ດີ, ຫາກການເງິນຕິດລົບແລ້ວຄວນເລີ່ມປະເມີນສະຖານະການໄດ້ແລ້ວ ແລະ ຕ້ອງເລີ່ມການປັບປ່ຽນພຶດຕິກຳທີ່ຈະສົ່ງຜົນເສີຍໃຫ້ກັບຕົວເຈົ້າເອງຢ່າງເຂັ້ມງວດ ແລະ ມີວິໄນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Tips

Inadequacy behaviors ມັກປຽບທຽບຄົນອື່ນກັບຕົວເອງ ຈົນເຮັດໃຫ້ທຸກທໍລະມານຈິດໃຈ

ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ. Inadequacy behaviors...

Muan Tips

ເຊົາເດີເລີກກັບຄົນເກົ່າແລ້ວມີຄົນໃໝ່ເລີຍ ຊວນສ່ອງພຶດຕິກຳການມີແຟນເພາະຢາກຮັກ ຫຼື ກຳລັງຢ້ານຄວາມໂດດດ່ຽວ?

“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ....

Muan Tips

ຮັກຕົວເອງບໍ່ເຄີຍເສຍໃຈເລີຍຈັກໜ້ອຍ – ຈະເຮັດແນວໃດໃນມື້ທີ່ເຮົາຕ້ອງຫັນມາດູແລຫົວໃຈຕົວເອງຫຼາຍຂຶ້ນ?

ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ....

Muan Tips

ຜູ້ຍິງທາເລັບສີແດງເຂົາວ່າແຮງວ່າແຮງແທ້ບໍ? ເປັນຫຍັງສາວໆຈຶ່ງນິຍົມ ແຊຣ໌ທິດສະດີເລັບແດງ (Red Nail Theory)

ຫຼາຍໆຄົນຄົງຈະສົງໄສວ່າເປັນຫຍັງເລັບສີແດງຈຶ່ງເປັນຕາດຶງດູດໃຈ? “Red Nail Theory  ຫຼື ທິດສະດີເລັບສີແດງ” ແມ່ນຄວາມເຊື່ອທີ່ວ່າ: ເລັບສີແດງນັ້ນຈະມີພະລັງງານເພີ່ມສະເໜ່, ຄວາມໝັ້ນໃຈ ແລະ ການດຶງດູດຄວາມສົນໃຈ, ໂດຍສະເພາະຈາກເພດກົງກັນຂ້າມ...