ໜ້າຫຼັກ ມ່ວນຊວນເບິ່ງ ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City
ມ່ວນຊວນເບິ່ງ

ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City

Share

ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City (2024) ມານຳສະເໜີ.

ໂດຍເນື້ອຫາແມ່ນໄດ້ເລົ່າກ່ຽວກັບການໃຊ້ຊີວິດໃນເມືອງໃຫຍ່ຂອງກຸ່ມຄົນລຸ້ນໃໝ່ໃນ ໂຊລ ເກົາຫຼີໃຕ້ ທີ່ບອກເລົ່າເຖິງຄວາມສຳພັນຂອງກຸ່ມໝູ່ເພື່ອນ ແລະ ຄົນຮັກທີ່ຕ້ອງປະເຊີນກັບຄວາມຊັບຊ້ອນຂອງຊີວິດ ທັງເລື່ອງຄວາມຮັກ, ສຸຂະພາບ, ການຊອກຫາຕົວຕົນ ແລະ ການດຳເນີນຊີວິດໃນເມືອງໃຫຍ່ທີ່ເຕັມໄປດ້ວຍຄວາມວຸ່ນວາຍ.

Love in the Big City (2024) ມີປະເດັນທີ່ໜ້າສົນໃຈກໍຄືໃນເລື່ອງໄດ້ເລົ່າເຖິງມຸມມອງຊີວິດຂອງຊາຍໜຸ່ມທີ່ມີຊື່ວ່າ Go Yeong ລາວມີຄວາມມັກສ່ວນຕົວຄືການຮັກເພດດຽວກັນ, ການພະຍາຍາມໃຊ້ຊີວິດໃນແບບທີ່ຕົວເອງຕ້ອງການໂດຍບໍ່ຢາກໃຫ້ຖືກຈຳກັດ ແລະ ການຕີຂອບເຂດກັບຮູບແບບສັງຄົມແບບເກົ່າ. ລາວຍັງໄດ້ປະເຊີນກັບຄວາມທ້າທາຍໃນການຄົ້ນຫາຕົວຕົນ, ຄວາມສັບຊ້ອນໃນຄວາມສຳພັນ ແລະ ຊີວິດຮັກ, ຄວາມໂດດດ່ຽວ ແລະ ຕ້ອງໄດ້ຮັບມືກັບແຮງກົດດັນຈາກທາງສັງຄົມທີ່ຍັງບໍ່ເປີດກວ້າງໃນເພດທີ່ມີອັກຄະຕິຕໍ່ກຸ່ມ LGBTQ+.

ບົດບາດຄວາມເປັນ LGBTQ+ ໃນ Love in the Big City ກໍໄດ້ຖືກເລົ່າເຖິງໃນມຸມມອງທີ່ມີຄວາມເລີກເຊິ່ງຫຼາຍ, ເຮັດໃຫ້ເຫັນເຖິງຄວາມທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງໃນດ້ານວັດທະນະທຳສັງຄົມເກົາຫຼີ, ເລື່ອງລາວໄດ້ດຳເນີນຊີວິດຮັກຂອງພວກເຂົາທີ່ມີທັງຄວາມສຸກ, ຄວາມເຈັບປວດ ແລະ ຂໍ້ຈຳກັດຕ່າງໆ.

ໃຜທີ່ກຳລັງຫາຊີຣີສ໌ເບິ່ງຕ້ອງລອງ, ພວກເຮົາຈະຮູ້ອີກຄຸນຄ່າ ແລະ ອີກໜຶ່ງມຸມມອງຂອງຊີວິດຈາກເລື່ອງນີ້ Love in the Big City ມີທັງໝົດ 8 ຕອນ ເບິ່ງ Streaming ໄດ້ທີ່ Netflix.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນເບິ່ງ

ເບິ່ງພາກຕໍ່ຊີຣີສ໌ເດັດ 3 ເລື່ອງໜ້າເບິ່ງໃນປີ 2025 ໃນ Netflix

ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things...

ມ່ວນຊວນເບິ່ງ

ເອນິເມຊັ່ນອົບອຸ່ນຫົວໃຈສຸດໂຣແມນຕິກ ຊວນຫົວໃຈຟູກັບເລື່ອງ Kimini Todoke

ເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke ທີ່ຢາກບອກວ່າຟິລກູ໊ດອົບອຸ່ນຫົວໃຈສຸດໆ, ມ່ວນຢາກຈະເລົ່າໃຫ້ຟັງໜ້ອຍໜຶ່ງກ່ຽວກັບເນື້ອເລື່ອງຂອງທັງ 3 Season ວ່າໜ້າຕິດຕາມຂະໜາດໃດ. ເບິ່ງໄດ້ແລ້ວທັງໝົດ 3 Season ຢູ່ທີ່...

ມ່ວນຊວນເບິ່ງ

ຕິດຕາມບົດສະຫຼຸບສຸດທ້າຍໃນ ສຸກໃຈ It’s Okay the series

ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay...

Uncategorizedມ່ວນຊວນເບິ່ງ

ທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີໃຫ້ກັບເຮົາ ອະດີດບໍ່ສາມາດເອົາມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນໄດ້

ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ. ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ...