ໜ້າຫຼັກ Uncategorized ທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີໃຫ້ກັບເຮົາ ອະດີດບໍ່ສາມາດເອົາມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນໄດ້
Uncategorizedມ່ວນຊວນເບິ່ງ

ທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີໃຫ້ກັບເຮົາ ອະດີດບໍ່ສາມາດເອົາມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນໄດ້

Share

ເນື້ອເລື່ອງແມ່ນໄດ້ເວົ້າເຖິງເລື່ອງຂອງໂນ້ ແລະ ດາ. ທັງສອງໄດ້ເປັນໝູ່ສະໄໝຮຽນມັດທະຍົມ ແລະ ຮຽນຫ້ອງດຽວກັນ. ຕອນນີ້ໄດ້ດຳເນີນດ້ວຍການຍ້ອນເວລາກັບໄປ-ກັບມາ, ເຮັດໃຫ້ເຫັນທັງເລື່ອງລາວອະດີດ ແລະ ປັດຈຸບັນທີ່ເປັນຢູ່ຂອງທັງສອງຄົນທີ່ຍັງມີເລື່ອງຕິດຄ້າງໃນໃຈທີ່ຕ້ອງການທີ່ຈະສະສາງມັນອອກໄປ.

ພາບໄດ້ຕັດຍ້ອນກັບໄປໃຫ້ເຫັນພາບຕອນມັດທະຍົມ, ດາ ຜູ້ທີ່ມີພອນສະຫວັນໃນການຮ້ອງເພງ ແລະ ມີຄວາມໂດດເດັ່ນຈົນໃຜໆກໍຢາກທຳຄວາມຮູ້ຈັກ. ດາ ມີຄວາມຮູ້ສຶກພິເສດກັບ ເຕ້ ໜຸ່ມສຸດຮັອດປະຈຳຫ້ອງທີ່ທັງຮຽນເກັ່ງ, ຫຼິ້ນກິລາເດັ່ນ, ໜ້າຕາດີ. ແຕ່ເຕ້ກຳລັງຈະຍ້າຍໄປຢູ່ຕ່າງປະເທດກັບພໍ່ແມ່ກໍເລີຍຈະຈັດປາຕີ້ອຳລາກັບໝູ່ເພື່ອນ.

ໂນ້ ເຊິ່ງເປັນໝູ່ສະໜິດກັບ ເຕ້ ໄດ້ແນະນຳໃຫ້ດາຮ້ອງເພງເພື່ອບອກແທນຄວາມຮູ້ສຶກໃຫ້ເຕ້, ແຕ່ມີເຫດການໜຶ່ງທີ່ເຮັດໃຫ້ດານັ້ນຢ້ານການຮ້ອງເພງໄປຕະຫຼອດຊີວິດ, ມີອາການວິຕົກກັງວົນ ແລະ ໂນ້ກໍເປັນສ່ວນໜຶ່ງໃນເຫດການທີ່ເຮັດໃຫ້ດາເປັນແບບນັ້ນ.

ເບິ່ງຕອນທີ 4 ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະເຮັດຜິດພາດ | It’s Okay to Make Mistakes

ໂນ້ ບັງເອີນໄດ້ພົບກັບດາທີ່ມາຮ້ານກາແຟສຸກໃຈ, ເພື່ອມາຖ່າຍຣີວິວ. ໂນ້ຍັງຮູ້ສຶກຜິດຕໍ່ດາຈຶ່ງຢາກຂໍໂທດກັບເລື່ອງລາວທີ່ຜ່ານມາ. ທັງສອງໄດ້ລົມກັນເລື່ອງບັນຫາທີ່ເກີດຄິດ ແລະ ໄດ້ລົມກັນແບບເປີດໃຈວ່າບໍ່ມີໃຜຜິດເພາະທັງສອງຄົນໃຈຮ້ອນດ້ວຍການເອົາອາລົມນຳທາງ. ທັງສອງໄດ້ສະສາງບັນຫາທີ່ຄ້າງຄາກັນມາຍາວນານ ແລະ ດານັ້ນກໍກ້າທີ່ຈະຂ້າມຜ່ານຄວາມຢ້ານກັບມາຮ້ອງເພງໄດ້ອີກຄັ້ງເພາະເອື້ອຍຂອງລາວ.

ບົດຮຽນໃນຕອນນີ້ໄດ້ບອກໃຫ້ແອັດຮູ້ວ່າທຸກຄວາມຜິດພາດເປັນບົດຮຽນທີ່ດີສະເໝີ, ເພາະທຸກອຸປະສັກຄືການເຕີບໃຫຍ່ ແລະ ເຮັດໃຫ້ຄິດໄດ້ວ່າເຮົາບໍ່ຄວນກັບໄປເຮັດສິ່ງນັ້ນອີກຄັ້ງ, ບໍ່ຄວນເອົາອາດີດມາຕັດສິນຄຸນຄ່າຂອງເຮົາໃນປັດຈຸບັນ.

ການກ້າວຜ່ານຄວາມຢ້ານ ແລະ ຈິດໃຈທີ່ເຂັ້ມແຂງຂອງຕົວລະຄອນດາ, ກຳລັງໃຈດີໆຈາກຄົນອ້ອມຂ້າງນັ້ນມີສ່ວນສຳຄັນກຳຄົນທີ່ເປັນໂລກວິຕົກກັງວົນ.

ໂນ້ ຍັງຄົງເປັນຕົວລະຄອນທີ່ໜ້າຮັກສະເໝີຕັ້ງແຕ່ຕອນທຳອິດ, ເປັນຄົນທີ່ມີແຕ່ຄວາມຫວັງດີຕໍ່ຄົນອື່ນຢູ່ຕະຫຼອດເວລາ, ມັກຊ່ວຍເຫຼືອ ແລະ ເຫັນອົກເຫັນໃຈຄົນອື່ນ. ນຳທຸກຄວາມຜິດພາດມາປັບປຸງແກ້ໄຂໃຫ້ດີຂຶ້ນເລື່ອຍໆຈົນເຖິງປັດຈຸບັນ

ໃນຕອນນີ້ມັນຍັງໄດ້ລວມເຖິງມິດຕະພາບລະຫວ່າງຄອບຄົວ ແລະ ໝູ່ເພື່ອນທີ່ຍັງຄົງເປັນຫ່ວງ ແລະ ຫວັງດີໃຫ້ກັນ. ກ່ອນທີ່ຈະຈົບຕອນທີ່ 4 ກໍໄດ້ແຝງບັນຫາອີກຫຼາຍຢ່າງທີ່ກຳລັງຈະເກີດຂຶ້ນເພື່ອປູທາງໄປສູ່ ຕອນຈົບໃນຕອນທີ 5 ຂອງ ສຸກໃຈ It’s Okay the series.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນເບິ່ງ

ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City

ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City...

ມ່ວນຊວນເບິ່ງ

ເບິ່ງພາກຕໍ່ຊີຣີສ໌ເດັດ 3 ເລື່ອງໜ້າເບິ່ງໃນປີ 2025 ໃນ Netflix

ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things...

ມ່ວນຊວນເບິ່ງ

ເອນິເມຊັ່ນອົບອຸ່ນຫົວໃຈສຸດໂຣແມນຕິກ ຊວນຫົວໃຈຟູກັບເລື່ອງ Kimini Todoke

ເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke ທີ່ຢາກບອກວ່າຟິລກູ໊ດອົບອຸ່ນຫົວໃຈສຸດໆ, ມ່ວນຢາກຈະເລົ່າໃຫ້ຟັງໜ້ອຍໜຶ່ງກ່ຽວກັບເນື້ອເລື່ອງຂອງທັງ 3 Season ວ່າໜ້າຕິດຕາມຂະໜາດໃດ. ເບິ່ງໄດ້ແລ້ວທັງໝົດ 3 Season ຢູ່ທີ່...

ມ່ວນຊວນເບິ່ງ

ຕິດຕາມບົດສະຫຼຸບສຸດທ້າຍໃນ ສຸກໃຈ It’s Okay the series

ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay...