ໜ້າຫຼັກ ມ່ວນຊວນເບິ່ງ ບໍ່ເປັນຫຍັງທີ່ເຈົ້າຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ໃຫ້ກຳລັງໃຈປ້າຈັນໃນ ສຸກໃຈ It’s Okay the series
ມ່ວນຊວນເບິ່ງ

ບໍ່ເປັນຫຍັງທີ່ເຈົ້າຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ໃຫ້ກຳລັງໃຈປ້າຈັນໃນ ສຸກໃຈ It’s Okay the series

Share

ຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help ໃນ ສຸກໃຈ It’s Okay the series ເຊິ່ງຕອນນີ້ໄດ້ເວົ້າເຖິງເລື່ອງລາວຂອງ ປ້າຈັນ ຍິງສູງອາຍຸປະມານ 50 ປີ, ມີອາຊີບຫຍິບເຄື່ອງຢູ່ບ້ານທີ່ມີອາການແປກໆ, ມັກລົມຄົນດຽວຈົນເຮັດໃຫ້ ຈີ່ກັບໂນ້ເກີດອາການງົງ ແລະ ເກີດຄວາມຮູ້ສຶກຢ້ານເພາະຄິດວ່າປ້ານັ້ນລົມກັບສິ່ງລີ້ລັບຢູ່.


ພໍເລີ່ມຕົ້ນເລື່ອງ ຕອນທີ 3 ມາ. ຈີ່ ແລະ ໂນ້, ກໍພົບກັບປ້າຈັນທີ່ກຳລັງເກີດອຸບັດຕິເຫດຂີ່ລົດລົ້ມຢູ່ຂ້າງທາງ ເພາະມີລົດມາດາດເອົາທັງສອງເລີຍໄດ້ນຳປ້າຈັນໄປໂຮງໝໍເພື່ອຮັກສາອາການບາດເຈັບ. ແຕ່ປ້າຈັນກໍຍັງມີອາການດື້ບໍ່ຢາກໄປໂຮງໝໍ ແລະ ຕ້ອງການຈະກັບບ້ານຢ່າງດຽວເລີຍ.


ຕໍ່ມາ ຈີ່ ແລະ ໂນ້ ໄດ້ພາປ້າຈັນໄປໂຮງໝໍສຳເລັດ, ຈີ່ ໄດ້ບອກປ້າຈັນໃຫ້ຕິດຕໍ່ຫາລູກຫຼານ ຫຼື ໃຫ້ຈີ່ຕິດຕໍ່ໃຫ້ແທນ, ເພາະຢ້ານທາງບ້ານປ້າເປັນຫວ່ງເພາະນີ້ກໍ່ຄ່ຳແລ້ວ, ແຕ່ປ້າກໍມີອາການແປກໆເວົ້າແຕ່ປະໂຫຍກເກົ່າຊ້ຳໆ ແລະ ມັກນັ່ງນິ່ງໆລອຍໆ. ພໍລົມກັນໄປໜ້ອຍໜຶ່ງປ້າກໍບອກວ່າດຽວລູກຊາຍປ້າຈະມາຮັບ, ຈີ່ກັບໂນ້ເລີຍຂໍຕົວກັບບ້ານເລີຍແຕ່ກໍຍັງຄົງເປັນຫ່ວງປ້າຈັນຢູ່.


ປ້າຈັນມາຮອດບ້ານກໍໄດ້ນັ່ງກິນເຂົ້າກັບລູກຊາຍ ແລະ ໄດ້ເລົ່າເລື່ອງການເກດອຸບັດຕິເຫດໃຫ້ລູກຟັງ, ພໍນັ່ງກິນເຂົ້າໄປເລື່ອຍໆປ້າຈັນຮູ້ສຶກເກີດມີອາການສຽງດັງຢູ່ໃນຫົວຈົນອາດເຮັດໃຫ້ນອນບໍ່ຫຼັບ.

ເບິ່ງຕອນທີ 3: ບໍ່ເປັນຫຍັງທີ່ຈະຂໍຄວາມຊ່ວຍເຫຼືອ It’s Okay to Ask for Help

ເວລາຜ່ານໄປໄລຍະໜຶ່ງໂນ້ບໍ່ສາມາດໂທຫາປ້າຈັນໄດ້ ກໍເກີດເປັນຫ່ວງກໍເລີຍໄດ້ໄປຫາປ້າຢູ່ເຮືອນ, ຈີ່ໄດ້ພົບວ່າຜົວ ແລະ ລູກຊາຍໄດ້ເສຍຊີວິດເພາະມີກອບຮູບ ຂາວ-ດຳ ຕັ້ງຢູ່ໃນຫ້ອງປ້າ. ສະແດງວ່າປ້າຈັນນັ້ນໄດ້ອາໄສຢູ່ຄົນດຽວ “ທີ່ປ້າວ່າຢູ່ກັບລູກຊາຍນັ້ນອາດຈະເປັນຜີກໍໄດ້” ຈີ່ກັບໂນ້ຄິດແບບນັ້ນຈົນສະແດງອາການຢ້ານກົວອອກມາ.


ທັງສອງຍັງເປັນຫ່ວງ, ຈຶ່ງກັບມາສືບຫາຄວາມຈິງເລື່ອງປ້າ ແລະ ລູກຊາຍ. ຈົນໃນທີ່ສຸດກໍຮູ້ເລື່ອງລາວຂອງປ້າທັງໝົດຈາກລູກໄພ້ຂອງປ້າ, ວ່າລູກຊາຍປ້າເກີດອຸບັດຕິເຫດ, ປ້າເກີດອາການຕົກໃຈແຮງຈົນເກີດອາການ “PTSD (Post-traumatic stress disorder)” ແລະ ທຳໃຈຍອມຮັບບໍ່ໄດ້ຈົມຢູ່ກັບອະດີດທີ່ບໍ່ສາມາດປ່ຽນໄດ້. ຈີ່ ແລະ ໂນ້ ພາກັນເຫັນໃຈປ້າທັງສອງໄດ້ຫາທາງຊ່ວຍເຫຼືອປ້າທຸກຢ່າງຈົນໄດ້ກັບໄປຢູ່ກັບລູກໄພ້ປ້າຢູ່ຕ່າງແຂວງ.


ປະເດັນນີ້ກໍໄດ້ມາຫຼິ້ນກັບຄວາມຮູ້ສຶກຂອງແອັດອີກແລ້ວ, ເພາະທັງຮູ້ສຶກອີ່ຕົນ ແລະ ເຫັນໃຈປ້າແຮງກັບເລື່ອງຂອງຜູ້ຍິງຄົນໜຶ່ງທີ່ຕ້ອງມາສູນເສຍຄົນທີ່ຮັກຊ້ຳໆ, ເລື່ອງນີ້ແຝງເຖິງຄວາມຄິດຂອງຜູ້ສູງອາຍຸທີ່ໄດ້ພົບຄວາມຍາກລຳບາກ ແລະ ເປັນຄົນທີ່ມັກຕໍ່ສູ້ຢູ່ຄົນ. ເມືອບໍ່ມີຄົນໃນຄອບຄົວແລ້ວກໍເລີຍບໍ່ຢາກເປັນພາລະໃຜເລີຍດື້ຍອມຢູ່ຄົນດຽວ.


ສະຫຼຸບອາການຂອງປ້າຈັນ, ແມ່ນມີຄວາມຊົງຈໍາກ່ຽວກັບເຫດການທີ່ເຄີຍເກີດຂຶ້ນ, ຮູ້ສຶກວ່າມີອາການທາງຮ່າງກາຍຄືກັບວ່າມີສຽງດັງໃນຫົວຕະຫຼອດ, ຮູ້ສຶກໂດດດ່ຽວ. ເຊິ່ງອາການນີ້ແມ່ນເປັນສ່ວນໜຶ່ງຂອງສະພາວະອາການທາງຈິດ “PTSD (post-traumatic stress disorder)” ໂດຍເກີດຈາກຜູ້ທີ່ເຄີຍປະສົບກັບເຫດການທີ່ສະເທືອນໃຈແບບຮຸນແຮງທັງດ້ານຈິດໃຈ, ຕົກໃນສະພາວະຈິດໃຈອ່ອນແອ ແລະ ມີຄວາມຕຶງຄຽດ. ຖ້າຫາກວ່າຄົນໃກ້ຕົວມີອາການນີ້ແມ່ນຄວນພາໄປພົບແພດເພື່ອທຳການຮັກສາ, ເພາະຖ້າບໍ່ຮັກສາດົນໄປອາດມີອາການແຊກຊ້ອນເຊັ່ນ: ”ໂລກສຶມເສົ້າ”.


ບໍ່ວ່າຈະເປັນໃຜໃນໂລກນີ້ກໍຄວນໄດ້ຮັບການດູແລເອົາໃຈໃສ່ທັງນັ້ນ ແລະ ຖ້າເຮົາຕົກຢູ່ໃນສະຖານະການລຳບາກຈົນຫາທາງອອກບໍ່ໄດ້ກໍມີຄົນພ້ອມທີ່ຈະເຂົ້າມາຊ່ວຍເຫຼືອເຮົາເຊັນກັນ. ການຂໍຄວາມຊ່ວຍເຫຼືອແມ່ນບໍ່ຜິດຖ້າມັນບໍ່ເຮັດໃຫ້ເຂົາລຳບາກໃຈ.


ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນເບິ່ງ

ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City

ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City...

ມ່ວນຊວນເບິ່ງ

ເບິ່ງພາກຕໍ່ຊີຣີສ໌ເດັດ 3 ເລື່ອງໜ້າເບິ່ງໃນປີ 2025 ໃນ Netflix

ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things...

ມ່ວນຊວນເບິ່ງ

ເອນິເມຊັ່ນອົບອຸ່ນຫົວໃຈສຸດໂຣແມນຕິກ ຊວນຫົວໃຈຟູກັບເລື່ອງ Kimini Todoke

ເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke ທີ່ຢາກບອກວ່າຟິລກູ໊ດອົບອຸ່ນຫົວໃຈສຸດໆ, ມ່ວນຢາກຈະເລົ່າໃຫ້ຟັງໜ້ອຍໜຶ່ງກ່ຽວກັບເນື້ອເລື່ອງຂອງທັງ 3 Season ວ່າໜ້າຕິດຕາມຂະໜາດໃດ. ເບິ່ງໄດ້ແລ້ວທັງໝົດ 3 Season ຢູ່ທີ່...

ມ່ວນຊວນເບິ່ງ

ຕິດຕາມບົດສະຫຼຸບສຸດທ້າຍໃນ ສຸກໃຈ It’s Okay the series

ສຳລັບ ສຸກໃຈ It’s Okay the series ກໍມາຮອດຕອນສຸດທ້າຍກັນແລ້ວໃນ ຕອນທີ 5: ບໍ່ເປັນຫຍັງທີ່ຈະຮ້ອງໄຫ້ It’s Okay...