ໜ້າຫຼັກ Muan Tips ຮັກແຕ່ໄປຕໍ່ບໍ່ໄດ້ 4 ສັນຍານຂອງຈຸດອິ່ມຕົວໃນຄວາມສຳພັນ
Muan Tips

ຮັກແຕ່ໄປຕໍ່ບໍ່ໄດ້ 4 ສັນຍານຂອງຈຸດອິ່ມຕົວໃນຄວາມສຳພັນ

Share

ບາງຄູ່ຮັກທີ່ຄົບກັນດົນໆ ເມື່ອເວລາຜ່ານໄປ ອາດຈະເຮັດໃຫ້ມີການເສີຍຊາຕໍ່ກັນຫຼາຍຂຶ້ນ ຫຼື ຮູ້ຈັກກັນຫຼາຍເກີນໄປຈົນເຮັດໃຫ້ຄວາມສຳພັນຂອງຊີວິດຄູ່ບໍ່ມີຄວາມຕື່ນເຕັ້ນຄືແຕ່ກ່ອນແລ້ວ.

ເມື່ອຄວາມຮັກທີ່ເຄີຍຫວານແຫວວ ກາຍເປັນຄວາມໜ້າເບື່ອ… ເອີ້ນວ່າ “ ຄວາມຮັກເຖິງຈຸດອິ່ມຕົວ ”

ມື້ນີ້ເຮົາມາອ່ານ 4​ ສັນຍານເຕືອນວ່າຄວາມຮັກເຮົານັ້ນມາຮອດຈຸດອິ່ມຕົວແລ້ວ ຫຼື ຍັງ? ມາເບິ່ງນຳກັນ ເພື່ອທີ່ຈະແກ້ໄຂກ່ອນຊ້າເກີນໄປ.

1. ຄວາມຮູ້ສຶກທີ່ມີຕໍ່ກັນບໍ່ຄືເກົ່າ

ແມ່ນຢູ່ວ່າເມື່ອຄົນທີ່ຄົບກັນມາດົນຄວາມຕື່ນເຕັ້ນກໍຫຼຸດລົງ ແຕ່ກໍບໍ່ແມ່ນວ່າຈະບໍ່ມີເລີຍ. ຍັງຈື່ຄວາມຮູ້ສຶກຕອນທີ່ຕອນທີ່ຈີບກັນໃໝ່ໆໄດ້ບໍ່? ລອງເອົາຄວາມຮູ້ສຶກຕອນນັ້ນມາທຽບກັບຕອນນີ້ເບິ່ງ, ຖ້າເຮົາເຫັນຄວາມແຕກຕ່າງຊັດເຈນກໍແມ່ນແລ້ວແຫຼະ.. ເມື່ອຄວາມຮູ້ສຶກບໍ່ຄືເກົ່າ ຄວາມສຳຄັນທີ່ເຄີຍໄດ້ຮັບກໍບໍ່ມີຄືເກົ່າແລ້ວ, ຈາກທີ່ທີ່ເຄີຍໂຫຍຫາ ຢາກເຈິໜ້າກັນທຸກມື້ ກາຍເປັນວ່າຢາກຢູ່ຄົນດຽວ ຫຼື ຢູ່ກັບຄົນອື່ນຫຼາຍກວ່າ.

2. ມີຄວາມສຸກກັບຢ່າງອື່ນຫຼາຍກວ່າ

ເມື່ອຄວາມສຳຄັນນັ້ນຖືກຫຼຸດຄ່າລົງ ກໍຈະມີຢ່າງອື່ນທີ່ເຂົ້າມາແທນ ອາດຈະເປັນວຽກງານ, ໝູ່ເພື່ອນ, ຄອບຄົວ ຫຼື ຕົນເອງ. ກາຍເປັນວ່າເຮົາໃຫ້ຄວາມສຳຄັນກັບສິ່ງເຫຼົ່ານັ້ນຫຼາຍກວ່າຄົນຮັກ ທີ່ແຕ່ກ່ອນເກືອບຈະຫ່າງກັນບໍ່ໄດ້, ບໍ່ເຈິໜ້າກໍບໍ່ຄິດຮອດ, ມິດໄປກໍບໍ່ໄດ້ຄິດຫາ, ບໍ່ມີຄວາມຮູ້ສຶກໂຫຍຫາ ຫຼື ສົນໃຈຄືແຕ່ກ່ອນ, ເພາະຮູ້ສຶກວ່າການຢູ່ຄົນດຽວ ແລະ ເຮັດຢ່າງອື່ນມີຄວາມສຸກກວ່າ.

3. ຜິດກັນຕະຫຼອດ

ການມີເລື່ອງບໍ່ເຂົ້າໃຈກັນບາງຄັ້ງຄາວເປັນເລື່ອງປົກກະຕິຂອງຄູ່ຮັກຢູ່ແລ້ວ, ແຕ່ການທີ່ຜິດກັນຕະຫຼອດໃນບັນຫາເກົ່າໆທີ່ບໍ່ສາມາດແກ້ໄຂໄດ້ຈັກເທື່ອ ເປັນເລື່ອງທີ່ຄວນແກ້ໄຂ. ເວລາທີ່ມີຫຍັງບໍ່ພໍໃຈກັນ ບໍ່ວ່າຈະເປັນເລື່ອງເລັກນ້ອຍຊ່ຳໃດ ກໍພ້ອມທີ່ຈະລະເບີດອາລົມ ເວົ້າຈາທຳຮ້າຍກັນ ຫຼື ເຮັດໃຫ້ເປັນເລື່ອງໃຫຍ່ໄດ້. ໂດຍສະເພາະເມື່ອຄວາມສຳພັນມາເຖິງຈຸດທີ່ສັບສົນ ເຮັດໃຫ້ມີການຜິດຖຽງກັນຕະຫຼອດ ແລະ ບໍ່ຢາກທີ່ຈະປັບຄວາມເຂົ້າໃຈກັນ.

4. ບໍ່ຄ່ອຍໄດ້ລົມກັນ

ເມື່ອຢູ່ໃນຄວາມສຳພັນບໍ່ວ່າຈະຮູບແບບໃດກໍຕາມ ການສື່ສານເປັນສິ່ງທີ່ສຳຄັນ. ໂດຍສະເພາະກັບຄູ່ຮັກ, ຕອນຮັກກັນ ກໍຢາກລົມນຳຕະຫຼອດເວລາ ຢາກແຊັດ ຢາກໂທຫາ ລົມກັນຈົນຮອດເດິກ ແຕ່ຫຼັງໆມາ ຈາກທີ່ເຄີຍລົມກັນໝົດມື້ໝົດຄືນກໍເລີ່ມໜ້ອຍລົງ ບາງຄູ່ເວລາຄຽດກັນ ກໍມິດໃສ່ກັນໄປເລີຍ, ບໍ່ມີໃຜຢາກປັບຄວາມເຂົ້າໃຈຈົນເຮັດໃຫ້ຫ່າງເຫີນກັນໄປເພາະຕ່າງຝ່າຍຕ່າງເມື່ອຍ ຫຼື ລຳຄານກັນຈົນປ່ອຍປະລະເລີຍຄວາມສຳຄັນໃນຈຸດນີ້ໄປ.

ຄວາມຮັກທີ່ມາເຖິງຈຸດອິ່ມຕົວໃນມື້ໃດມື້ໜຶ່ງເປັນເລື່ອງປົກກະຕິຫຼາຍໃນຄວາມສຳພັນ ແຕ່ເມື່ອມາຮອດຈຸດນັ້ນແລ້ວ ກໍແມ່ນຂຶ້ນກັບທັງສອງຄົນວ່າຈະພ້ອມປັບຄວາມເຂົ້າໃຈກັນເພື່ອປະຄັບປະຄອງໃຫ້ຄວາມຮັກນີ້ໄດ້ໄປຕໍ່ ແລະ ບາງຄັ້ງຈຸດອິ່ມຕົວກໍອາດຈະເປັນອັນພິສູດວ່າ ຮັກທີ່ມີໃຫ້ກັນ ເປັນຮັກແທ້ ຫຼື ເປັນພຽງແຕ່ຄວາມຫຼົງຊົ່ວຄາວ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Tips

Inadequacy behaviors ມັກປຽບທຽບຄົນອື່ນກັບຕົວເອງ ຈົນເຮັດໃຫ້ທຸກທໍລະມານຈິດໃຈ

ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ. Inadequacy behaviors...

Muan Tips

ເຊົາເດີເລີກກັບຄົນເກົ່າແລ້ວມີຄົນໃໝ່ເລີຍ ຊວນສ່ອງພຶດຕິກຳການມີແຟນເພາະຢາກຮັກ ຫຼື ກຳລັງຢ້ານຄວາມໂດດດ່ຽວ?

“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ....

Muan Tips

ຮັກຕົວເອງບໍ່ເຄີຍເສຍໃຈເລີຍຈັກໜ້ອຍ – ຈະເຮັດແນວໃດໃນມື້ທີ່ເຮົາຕ້ອງຫັນມາດູແລຫົວໃຈຕົວເອງຫຼາຍຂຶ້ນ?

ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ....

Muan Tips

ເງິນໃນບັນຊີຕິດລົບ ແຕ່ຊີວິດຂ້ອຍຕ້ອງຕິດແກຣມ ພຶດຕິກຳສຸດ Hit ທີ່ໃຜກໍເປັນໄດ້ ຕ້ອງເຮັດແນວໃດຈຶ່ງບໍ່ໍຊັອດ?

Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ. ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ,...