ໜ້າຫຼັກ Muan Scoop ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ
Muan Scoop

ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

Share

ເກັ່ງ – ຫະຣິດ ບົວຍ້ອຍ ນາຍແບບ-ນັກສະແດງໜຸ່ມໜ້າໃໝ່ຂອງໄທ ທີ່ໜ້າຈັບຕາ ແຈ້ງເກີດຈາກຜົນງານຮູບເງົາຈາກຄ້າຍ GDH ເລື່ອງ ວິມານໜາມ ກັບບົດບາດສຸດເຂັ້ມຂຸ້ນໃນບົດຂອງ ຈິ່ງນະ ຈົນກາຍມາເປັນທີ່ເວົ້າເຖິງໃນໂລກອອນລາຍ.

ນັກສະແດງຄົນນີ້ແມ່ນໃຜ, Muan ຈະພາທຸກຄົນໄປຮູ້ຈັກພ້ອມກັນ.

ເກັ່ງ ຈົບການສຶກສາສາຂາວິຊາການສຶກສາ ຂະແໜງວິຊາພາສາໄທ ຈາກວິທະຍາໄລການສຶກສາ ມະຫາວິທະຍາໄລພະເຍົາ. ລາວເລີ່ມເປັນທີ່ຮູ້ຈັກຈາກຄລິບທີ່ເປັນກະແສໃນຂະນະທີ່ກຳລັງເຮັດໜ້າທີ່ເປັນຄູຝຶກສອນ ຈົນເຮັດໃຫ້ມີຜູ້ຕິດຕາມເປັນຈຳນວນຫຼາຍ. ດ້ວຍຮູບຮ່າງໜ້າຕາ ແລະ ບຸກຄະລິກກະພາບ, ລາວມີຕຳແໜ່ງເປັນເດືອນມະຫາວິທະຍາໄລພະເຍົາ ປະຈຳປີ 2018 ແລະ ຍັງເຄີຍຮັບຕຳແໜ່ງລາງວັນຮອງຊະນະເລີດອັນດັບ 2 ຈາກການປະກວດ Chinese Chiangmai 2021 ອີກດ້ວຍ.

ສຳລັບຜົນງານໃນວົງການບັນເທີງ, ເກັ່ງເລີ່ມມີຜົນງານຈາກການຖ່າຍແບບຫຼາຍຄັ້ງ ເຊິ່ງຫຼ້າສຸດຍັງໄດ້ຮັບບົດນຳໃນຊີຣີສ໌ ເຂມຈິຣາ ຕ້ອງລອດ Khemjira the Series ຈາກສັງກັດ mandee Work ເຊິ່ງເປັນການເປີດໂຕໃນຖານະນັກສະແດງຢ່າງເຕັມຮູບແບບຂອງລາວ ທີ່ແຟນໆຫຼາຍຄົນລໍຖ້າຮັບຊົມ.

ສຳລັບບົດບາດຫຼ້າສຸດໃນຮູບເງົາເລື່ອງ ວິມານໜາມ, ເກັ່ງຮັບບົດເປັນ ຈິ່ງນະ ເຊິ່ງນີ້ເປັນບົດບາດທີ່ທ້າທາຍຄວາມສາມາດໃນການສະແດງຫຼາຍ ເພາະເປັນຄັ້ງທຳອິດທີ່ສະແດງຮູບເງົາ ດ້ວຍການຖ່າຍທອດຕົວລະຄອນທີ່ເປັນຄົນສູ້ຊີວິດ ນັບວ່າເປັນໂຈດທີ່ຍາກທີ່ຜູ້ກ່ຽວຕ້ອງພິສູດສີມືໃຫ້ໄດ້. ແຕ່ເນື່ອງຈາກບົດບາດທີ່ໄດ້ຮັບໃກ້ຄຽງກັບຊີວິດຈິງ ເລີຍຊ່ວຍໃຫ້ອິນຫຼາຍຍິ່ງຂຶ້ນ ພ້ອມຮັບປະກັນເນື້ອຫາທີ່ເຂັ້ມຂຸ້ນ, ມ່ວນ, ຄາດເດົາບໍ່ໄດ້ ແລະ ຍັງສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງກົດໝາຍສົມລົດເທົ່າທຽມອີກດ້ວຍ.

ເກັ່ງໄດ້ໃຫ້ສຳພາດກັບ mgronline ວ່າ ນີ້ເປັນຮູບເງົາເລື່ອງທຳອິດທີ່ລາວໄດ້ຮຽນຮູ້ໃນສາດການສະແດງ ເຊິ່ງໃນເລື່ອງນີ້ລາວຮັບບົດເປັນຊາວໄທໃຫຍ່ ມີບຸກຄະລິກນິ່ງໆງຽບໆ ບໍ່ມີເປົ້າໝາຍໃນຊີວິດ ແຕ່ພໍໄດ້ມາພົບກັບ ທອງຄຳ ກໍດັນໄປຕົກຫຼຸມຮັກແບບບໍ່ຮູ້ໂຕ ເລີຍເຮັດໃຫ້ມີຄວາມຫວັງໃນການໃຊ້ຊີວິດຫຼາຍຂຶ້ນ ເອີ້ນວ່າເປັນຄວາມຮັກທີ່ບໍ່ມີຄຳນິຍາມ ແລະ ອະທິບາຍບໍ່ໄດ້ ແຕ່ຮູ້ສຶກວ່າຕົນເອງຕ້ອງມີຊີວິດຕໍ່ສູ້ເພື່ອຄົນໆນັ້ນ ເພາະເຫັນວ່າເຫັນໃຈ ແລະ ສົງສານ ທອງຄຳ ທີ່ຕ້ອງມາພົບກັບຄວາມອະຍຸຕິທຳຈາກການທີ່ບໍ່ມີກົດໝາຍຮອງຮັບໃນເລື່ອງຂອງການສົມລົດເທົ່າທຽມ ເຊິ່ງກວມເອົາຮອດເລື່ອງຂອງການຄອບຄອງຊັບສິນ.

ບົດບາດນີ້ຖືວ່າເປັນບົດທີ່ໜັກພໍສົມຄວນ ລາວຈຶ່ງໄດ້ໄປຮຽນການສະແດງ ແລະ ຝຶກອົບຮົມເພີ່ມເຕີມຢ່າງໜັກ ເພື່ອຮຽນຮູ້ການເປັນຊາວສວນທຸລຽນ. ແຕ່ໂຊກດີທີ່ວ່າ ເກັ່ງ ເປັນຄົນພາກເໜືອຂອງໄທ ແລະ ຄອບຄົວກໍເຮັດສວນ ຈຶ່ງເຂົ້າໃຈວັດທະນະທຳ ແລະ ວິຖີຊີວິດຄວາມເປັນຢູ່ຂອງຄົນພາກເໜືອໄທ.

ໃຜທີ່ຢາກສຳຜັດກັບບົດບາດການສະແດງຂອງນັກສະແດງຄົນນີ້ ກໍລໍຖ້າເບິ່ງ ວິມານໜາມ ພ້ອມກັນໃນໂຮງຮູບເງົາລາວ ໃນວັນທີ 3 ຕຸລາ 2024 ນີ້.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Muan Scoop

ຈາກຊີວິດທີ່ຍາກລຳບາກ ສູ່ການສະແດງປິດ OLYMPICS VANNDA ແຣັບເປີ້ສຸດເທ້ຈາກກຳປູເຈຍ

ການແຂ່ງຂັນໂອລິມປິກ 2024 ທີ່ ປາຣີສ ຖືວ່າໄດ້ປິດຕົວລົງຢ່າງຍິ່ງໃຫຍ່ ແລະ ສວຍງາມ, ໃນພິທີປິດຍັງມີການສະແດງສິລະປະວັດທະນາທຳ ແລະ ປະຫວັດສາດຂອງປະເທດຝຣັ່ງອີກດ້ວຍ. ນອກຈາກນັ້ນ ກໍຍັງມີລາຍການການສະແດງດົນຕີ...

Muan Scoop

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ແຮ່ນນ້າ ໂລເຊັ່ນບູ້ມ (Hannah Rosenbloom) ໜຶ່ງໃນສະມາຊິກຂອງວົງ 4EVE ຂອງໄທ ແຕ່ກ່ອນທີ່ຈະມາຮອດຈຸດນີ້, ສາວນ້ອຍຄົນນີ້ກ້າວຂາເຂົ້າສູ່ເສັ້ນທາງບັນເທີງໃນລາວໃນຖານະນາງແບບ, ນັກເຕັ້ນ, ນັກຮ້ອງ ແລະ...