ໜ້າຫຼັກ ມ່ວນຊວນຟັງ ຢາກໃຫ້ລົມຊ່ວຍພັດເຈົ້າມາ ປະໂຫຍກອ້ອນວອນຂອງຄົນທີ່ຍັງບໍ່ລືມ ຟັງເພງ “ວອນສາຍລົມ” ຈາກ GX2
ມ່ວນຊວນຟັງ

ຢາກໃຫ້ລົມຊ່ວຍພັດເຈົ້າມາ ປະໂຫຍກອ້ອນວອນຂອງຄົນທີ່ຍັງບໍ່ລືມ ຟັງເພງ “ວອນສາຍລົມ” ຈາກ GX2

Share

“ພຽງຢາກຈະຂໍ ໃຫ້ລົມຊ່ວຍພັດເຈົ້າມາ”

ອາກາດເຢັນໆກັບລົມພັດຜ່ານມາເຮັດໃຫ້ເຮົາຄິດຮອດຄົນຮັກເກົ່າ, ມື້ນີ້ມ່ວນເລີຍຈະມາແນະນຳເພງໃໝ່ ຂອງສິນລະປິນ GX2 (P’Good Tslt) ເຈົ້າຂອງຜົນງານເພງດັງຂ້າມປະເທດ “ໃສ່ໃຈໄດ້ແຕ່ມອງ” ຖືວ່າເປັນຕຳນານເພງຮິດຂອງຄົນລາວ.

ເຊິ່ງຕອນນີ້ຍອດວິວກໍໃກ້ຈະທະລຸ 200 ລ້ານວິວແລ້ວ ແລະ ຫຼ້າສຸດໃນວັນທີ່ 8 ກັນຍາ 2024, GX2 ກໍໄດ້ປ່ອຍຜົນງານເພງໃໝ່ອອກມາຄື “ວອນສາຍລົມ”.

ໂດຍເນື້ອເພງ “ວອນສາຍລົມ” ເວົ້າເຖິງການທີ່ເຮົາຄິດຮອດຄອງຄອຍຖ້າຄົນຮັກທີ່ເລີກກັນໄປແລ້ວ, ເຖິງສິພະຍາຍາມລືມເທົ່າໃດກໍລືມບໍ່ໄດ້ເຮັດໃຫ້ຕ້ອງອ້ອນວອນໃຫ້ສາຍລົມພັດກັບມາ, ເຊິ່ງຈັງຫວະເພງຈະເນີບໆເລື້ອຍໆປະສານກັບສຽງເປຍໂນຊຶ້ງໆຊວນໃຫ້ເຄີ້ມຕາມຈົນເຮີດພຸ້ນລະ.

ສຳລັບສະຖານທີ່ຖ່າຍທຳໃນເອັມວີແມ່ນຢູ່ທີ່ ຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ, ເພງຊື້ງໆກັບທຳມະຊາດພູຜາປ່າໄມ້ທີ່ສວຍງາມຂອງທາງພາກໃຕ້ເຮົາເຮັດໃຫ້ອາລົມເພງ ແລະ ພາບປະກອບເຂົ້າກັນໄດ້ຢ່າງດີ.

ພາບລວມບັນຍາກາດສະບາຍໆມີໝອກ, ມີຝົນປຽກຊຸ່ມເຮັດໃຫ້ເຫງົາສຸດໆ ແລະ ເພງນີ້ກໍເຮັດໃຫ້ເກີດຄວາມຮູ້ສຶກຕ້ອງການຢາກສົ່ງເພງນີ້ໃຫ້ກັບຄົນນັ້ນ, ແຕ່ມັນຄົງເປັນໄປບໍ່ໄດ້.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນຟັງ

ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone

ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ. ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone...

ມ່ວນຊວນຟັງ

ຄວາມຮັກເຮັດໃຫ້ຄືຕາຍທັງເປັນ ຟັງເພງໃໝ່ຈາກ ນັດດາວ ເໝືອນຈະຜ່ານ ft ນິກ metallic

ການກັບມາຄັ້ງນີ້ຂອງນັດດາວໃນຄັ້ງນີ້ບໍ່ທຳມະດາອີກແລ້ວ ເອັມວີເພງມີຄວາມຊັບຊ້ອນໃນມຸມມອງການເລົ່າເລື່ອງແຕ່ກໍບໍ່ຍາກເກີນໄປທີ່ຈະຕີຄວາມໝາຍ ແລະ ເພງນີ້ຍັງໄດ້ ນິກ metallic ເຈົ້າຂອງເພງດັງໃນອະດີດຢ່າງເພງ ການເວລາ (2014) ແລະ ພຽງເຈົ້າ (2015)...

ມ່ວນຊວນຟັງ

“ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ເປີດຕົວສິລະປິນໜ້າໃໝ່ ມິກໂນ ຈາກຄ້າຍເພງສະໄຕລ໌ລູກທົ່ງບ້ານນາ LINTONG ENTERTAINMENT ໄດ້ປ່ອຍເພງທຳອິດຂອງລາວດ້ວຍເພງ “ຖິ້ມອ້າຍສາ” ທີ່ໄດ້ມາບອກເລົ່າເຖິງຄວາມເຈັບຊ້ຳສຸດໃຈຈາກຄວາມຮັກທີ່ຕ້ອງຍອມໃຫ້ຜູ້ຍິງທີ່ຮັກໄປພົບຄົນໃໝ່ທີ່ດີກວ່າ. ເຖິງວ່າຮັກນີ້ຈະຜູກພັນ ແລະ ຮັກເທົ່າໃດມັນກໍຍັງມີອຸປະສັກເຂົ້າມາຂວາງພວກເຂົາທັງສອງ, ເພາະດ້ວຍຖານະທີ່ແຕກຕ່າງ...

ມ່ວນຊວນຟັງ

ໄວ້ອາໄລໃຫ້ກັບຄວາມຮັກເພື່ອບອກລາຄວາມເສົ້າ ຊວນແຕ່ງ Black Outfit ໃນ Sunday night ກັບເພງ BLACK SUNDAY

ການລວມຕົວໃນຄັ້ງນີ້ເຮັດໃຫ້ແຟນເພງຕື່ນເຕັ້ນກັນເພາະ HUENCREW, VVIIV, DeeRoc, Luh Wvn, lilpaper, sumt1me, D1Zzzy, Jefff, LexNoLex, Horlock,...