ໜ້າຫຼັກ ມ່ວນຊວນຟັງ ໜ້າຮັກເກີນໄປແລ້ວ Mor Big-C ແຕ່ງເພງໃຫ້ສາວ ຊວນຟັງເພງ “ຫຼົງຮັກສາວຫຼວງພະບາງ”
ມ່ວນຊວນຟັງ

ໜ້າຮັກເກີນໄປແລ້ວ Mor Big-C ແຕ່ງເພງໃຫ້ສາວ ຊວນຟັງເພງ “ຫຼົງຮັກສາວຫຼວງພະບາງ”

Share

ເມືອງຫຼວງພະບາງທີ່ໃຜໆກໍຕ້ອງຫຼົງໄຫຼໃນສະເໜ່ ແລະ ມັນໄດ້ລວມເຖິງໜຸ່ມຫຼໍ່ສຽງຫວານຄົນນີ້ Mor Bigc ຫຼື ໝໍບິກ ສິລະປິນຈາກ NewWave Music.

MOR BIG-C ເຄີຍໄດ້ປ່ອຍຜົນງານເພງທຳອິດໃຫ້ໄດ້ຟັງກັນນັ້ນກໍຄື ເພງ ໂຄວິດນາຍທີນ ໃນປີ 2021 ຫຼັງຈາກນັ້ນກໍ່ໄດ້ຫ່າງຫາຍໄປດົນເກືອບ 3 ປີ, ປັດຈຸບັນກໍໄດ້ກັບມາພ້ອມກັບຜົນງານເພງໃໝ່ “ຫຼົງຮັກສາວຫຼວງພະບາງ” ທີ່ລາວນັ້ນໄດ້ແຕ່ງໃຫ້ຜູ້ຍິງຄົນໜຶ່ງຢູ່ຫຼວງພະບາງ ແລະ ຢາກສົ່ງຕໍ່ຄວາມຮູ້ສຶກຜ່ານບົດເພງນີ້ໃຫ້ທຸກຄົນໄດ້ຟັງ, ເຊິ່ງສາວຄົນນັ້ນແມ່ນໃຜແອັດກໍ່ຍັງບໍ່ທັນຮູ້ເພາະເຈົ້າໂຕຍັງບໍ່ໄດ້ບອກເທື່ອເດີ🤣.

ເອັມວີກໍ່ໄດ້ເປີດມາດ້ວຍສຽງເພງລາວເດີມຄື ຂັບທຸ້ມຫຼວງພະບາງ ທີ່ຟັງແລ້ວກໍເຮັດໃຫ້ນຶກເຖິງຄວາມງາມອ່ອນຊ້ອຍຂອງເມືອງມໍລະດົກໂລກໄດ້ເປັນຢ່າງດີ, ທັງບ້ານເມືອງ ແລະ ຄວາມໜ້າຮັກມີສະເໜ່ຂອງຊາວເມືອງຫຼວງພະບາງນັ້ນ.

ເພງນີ້ໄດ້ເລົ່າເຖິງຄວາມງາມໜ້າຮັກຂອງສາວຫຼວງພະບາງທີ່ໃຜເຫັນກໍຕົກຂຸມຮັກໄດ້ງ່າຍໆ, ດົນຕີໃນເພງກໍ່ໄດ້ມີການປະສົມປະສານດົນຕີລາວເຂົ້າກັບດົນຕີສະໄໝໃໝ່ທີ່ຟັງແລ້ວທັງອົບອຸ່ນ ແລະ ສະບາຍຫູ.

“ໂອ້ ຜູ້ສາວຫຼວງພະບາງຄືເປັນຕາແພງແທ້ນໍ ນ້ອງນັ້ນທັງແກ້ມແດງ ບໍ່ແມ່ນມີແຟນແລ້ວບໍ?”

ເນື້ອເພງກໍ່ໄດ້ມີການຢອກໄຍເກາະກ້ຽວຊວນຟ້ອນລຳຟັງເພງ ຂັບທຸ້ມຫຼວງພະບາງ. ຟັງແລ້ວແມ່ນເປັນເພງທີ່ໜ້າຮັກອີຫຼີ່ ເພາະນີ້ແມ່ນເພງຈີບກັນຄັກໆ. ແອັດຢາກແນະນຳໃຫ້ຟັງເລີຍ, ພໍໄດ້ຍິນສຽງຫວານໆ ແລະ ເນື້ອຮ້ອງຊວນໃຈສັ່ນກໍເຮັດໃຫ້ແອັດອົດທີ່ຈະຮູ້ສຶກຫວັ່ນໄຫວ ແລະ ເຂີນແທນບໍ່ໄດ້ເລີຍ, ຂະໜາດບໍ່ແມ່ນສາວເມືອງຫຼວງໃດນິ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath -

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນະທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນຟັງ

ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone

ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ. ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone...

ມ່ວນຊວນຟັງ

ຄວາມຮັກເຮັດໃຫ້ຄືຕາຍທັງເປັນ ຟັງເພງໃໝ່ຈາກ ນັດດາວ ເໝືອນຈະຜ່ານ ft ນິກ metallic

ການກັບມາຄັ້ງນີ້ຂອງນັດດາວໃນຄັ້ງນີ້ບໍ່ທຳມະດາອີກແລ້ວ ເອັມວີເພງມີຄວາມຊັບຊ້ອນໃນມຸມມອງການເລົ່າເລື່ອງແຕ່ກໍບໍ່ຍາກເກີນໄປທີ່ຈະຕີຄວາມໝາຍ ແລະ ເພງນີ້ຍັງໄດ້ ນິກ metallic ເຈົ້າຂອງເພງດັງໃນອະດີດຢ່າງເພງ ການເວລາ (2014) ແລະ ພຽງເຈົ້າ (2015)...

ມ່ວນຊວນຟັງ

“ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ເປີດຕົວສິລະປິນໜ້າໃໝ່ ມິກໂນ ຈາກຄ້າຍເພງສະໄຕລ໌ລູກທົ່ງບ້ານນາ LINTONG ENTERTAINMENT ໄດ້ປ່ອຍເພງທຳອິດຂອງລາວດ້ວຍເພງ “ຖິ້ມອ້າຍສາ” ທີ່ໄດ້ມາບອກເລົ່າເຖິງຄວາມເຈັບຊ້ຳສຸດໃຈຈາກຄວາມຮັກທີ່ຕ້ອງຍອມໃຫ້ຜູ້ຍິງທີ່ຮັກໄປພົບຄົນໃໝ່ທີ່ດີກວ່າ. ເຖິງວ່າຮັກນີ້ຈະຜູກພັນ ແລະ ຮັກເທົ່າໃດມັນກໍຍັງມີອຸປະສັກເຂົ້າມາຂວາງພວກເຂົາທັງສອງ, ເພາະດ້ວຍຖານະທີ່ແຕກຕ່າງ...

ມ່ວນຊວນຟັງ

ໄວ້ອາໄລໃຫ້ກັບຄວາມຮັກເພື່ອບອກລາຄວາມເສົ້າ ຊວນແຕ່ງ Black Outfit ໃນ Sunday night ກັບເພງ BLACK SUNDAY

ການລວມຕົວໃນຄັ້ງນີ້ເຮັດໃຫ້ແຟນເພງຕື່ນເຕັ້ນກັນເພາະ HUENCREW, VVIIV, DeeRoc, Luh Wvn, lilpaper, sumt1me, D1Zzzy, Jefff, LexNoLex, Horlock,...