ໜ້າຫຼັກ The Interview ຮູ້ຈັກກັນໃຫ້ຫຼາຍຂຶ້ນ “ຈອນນີ້ ພວງສຸວັນ” ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌
The Interview

ຮູ້ຈັກກັນໃຫ້ຫຼາຍຂຶ້ນ “ຈອນນີ້ ພວງສຸວັນ” ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌

Share

ຫຼັງຈາກຕິດຕາມ ສຸກໃຈ It’s Okay the series ແລະ ໄດ້ພົບຕົວລະຄອນໜຶ່ງທີ່ມັກຈະຢູ່ໃນທຸກຊ່ວງເວລາກັບຕົວລະຄອນຫຼັກຄົນອື່ນໆໃນເລື່ອງ, ຖືວ່າເປັນຕົວລະຄອນທີ່ມີບົດບາດທີ່ສຳຄັນ ແລະ ບໍ່ເວົ້າເຖິງແມ່ນບໍໄດ້ເລີຍກັບ “ໂນ້ ບາຣິສຕ້າໜຸ່ມຈາກເມືອງຫຼວງພະບາງ”. ທີ່ຈະມີອາຫານທີ່ມັກກິນທີ່ສຸດຄືເຂົ້າປຽກເສັ້ນ.

ໂນ້ ຜູ້ບ່າວໃຈດີມັກຊ່ວຍເຫຼືອຄົນອື່ນ, ດ້ວຍຄວາມຈິດໃຈດີເປັນຫ່ວງເປັນໄຍທຸກຄົນ, ຈຶ່ງເຮັດໃຫ້ ໂນ້ ເປັນທີ່ຮັກແພງຫຼາຍໃນເລື່ອງ ສຸກໃຈ It’s Okay the Series.

ມື້ນີ້ມ່ວນເລີຍນຳເລື່ອງລາວຂອງນັກສະແດງຄົນນີ້ມາໃຫ້ທຸກຄົນໄດ້ມາຮູ້ຈັກກັນຫຼາຍຂຶ້ນທັງການສະແດງໃນເລື່ອງ ແລະ ມຸມມອງໃໝ່ໆທີ່ຫຼາຍຄົນຍັງບໍ່ຮູ້ກ່ຽວກັບລາວທັງຄວາມໜ້າຮັກສົດໃສ ແລະ ຄວາມຂີ້ຫຼິ້ນເປັນທຳມະຊາດທີ່ໃຜຮູ້ຈັກຕ້ອງຫຼົງຮັກກັນແນ່ນອນ. ຫຼັງຈາກນີ້ຈະເປັນລາວເປັນຜູ້ເລົ່າເລື່ອງເດີທຸກຄົນ 🥰

ສະບາຍດີ ຈ່ອນນີ້ ພອນປະເສີດ ພວງສຸວັນ (Johnny Phuangsouvanh) ເດີ, ຈາກ First modeling ຕອນນີ້ອາຍຸ 23 ປີແລ້ວ, ໃຫຍ່ຈະເປັນບ່າວຂຶ້ນອີກລະເດະ! ປັດຈຸບັນໄດ້ມາເຮັດວຽກປະຈຳຢູ່ Bangkok ຫຼື Thailand ແລະ ຮັບງານວົງການບັນເທີງໄປພ້ອມກັນ.

ໃນຊີຣີສ໌ ສຸກໃຈ ຈ່ອນນີ້ ຮັບບົດເປັນ ໂນ້ ຜູ້ບ່າວບາຣີສຕ້າຫຼວງພະບາງ ໜຸ່ມທີ່ມີຄວາມສົດໃສໃຈດີໃນຕົວ ແລະ ມັກຊ່ວຍເຫຼືອຜູ້ອື່ນເຖິງວ່າເຂົາຈະບໍ່ຕ້ອງການກໍຕາມ. ໃນບົດບາດຂອງ ໂນ້ ຕົວລະຄອນນີ້ຄິດວ່າເຂົ້າກັບຄາແລັກເຕີໄດ້ດີ, ເພາະວ່າເປັນຄົນຂີ້ຫຼິ້ນຄືກັນ ແລະ ມັກຈະຊ່ວຍເຫຼືອຄົນອ້ອມຂ້າງໄປເລື້ອຍໆ.

ຊີຣສ໌ ສຸກໃຈ ເປັນເລື່ອງທີ່ຄົບລົດຊາດແຮງ, ບໍ່ວ່າຈະເປັນເລື່ອງບັນຫາສຸຂະພາບຈິດທີ່ຕ້ອງການຄວາມເຂົ້າໃຈ ແລະ ຕ້ອງການຄວາມຊ່ວຍເຫຼືອ. ຄວາມກົດດັນໃນເລື່ອງຄອບຄົວ, ຄວາມຜິດຫວັງທີ່ຝັງໃຈ ແລະ ທຸກຢ່າງທີ່ເວົ້າມານີ້ ມັນເຮັດໃຫ້ຮູ້ວ່າຖ້າເຮົາເໝື່ອຍມັນກໍບໍ່ເປັນຫຍັງທີ່ຈະຮ້ອງໄຫ້.

ມີສາກໜຶ່ງທີ່ເຮັດໃຫ້ປະທັບໃຈ ແລະ ເຮັດໃຫ້ນ້ຳຕາຊືມອອກມາເລີຍກໍຄື ຊີນຕອນຈົບໃນ Ep ສຸດທ້າຍ, ທີ່ທຸກຕົວລະຄອນຫຼັກທຸກຕອນໄດ້ມາຮ່ວມກັນນັ່ງຟັງເພງທີ່ ດາ ຮັບບົດໂດຍ ນັດດາວ ທີ່ໄດ້ຮ້ອງເພງປະກອບຊີຣີສ໌ ສຸກໃຈ, ມັນເປັນຫຍັງທີ່ຊຶ້ງໃຈແຮງ, ເພາະວ່າພວກເຮົາໄດ້ຢູ່ຮ່ວມກັນໃນເວລາຖ່າຍທຳທີ່ດົນເປັນເດືອນ ແລະ ຮູ້ສຶກວ່າຫຼັງຈາກຈົບເລື່ອງນີ້ໄປຕ້ອງຄິດຮອດທຸກຄົນແນ່ນອນ. ບໍ່ວ່າຈະນັກສະແດງທັງໝົດ ແລະ ທີມງານທຸກຄົນທີ່ເຕັມທີ່ໃນທຸກໆມື້ທີ່ຢູ່ກອງຖ່າຍຮ່ວມກັນ.

ນັກສະແດງສ່ວນໃຫຍ່ມັກມີບັນຫາທີ່ມັກເຈິເວລາເຂົ້າເຖິງຕົວລະຄອນ, ແລ້ວອອກຖອດອອກຈາກບົດບາດບໍ່ໄດ້. ສ່ວນຫຼາຍຈ່ອນນີ້ຈະເລືອກໃຊ້ວິທີເຮັດສະມາທິກັບຕົວເອງເວລາອອກຈາກບົດສະແດງ ແລະ ຕ້ອງໃຊ້ເວລາຢູ່ກັບຕົວເອງ, ໃຊ້ລົມຫາຍໃຈເຂົ້າອອກເພື່ອຈັບຈຸດໂຟກັສໃຫ້ໄດ້ວ່າຕອນນີ້ເຮົາກຳລັງເຮັດຫຍັງຢູ່. ເພາະວ່າເວລາເຮົາເປັນນັກສະແດງເລື່ອງສະມາທິແມ່ນສຳຄັນ, ຍາມເຂົ້າເຖິງບົດກໍຕ້ອງຢູ່ກັບບົດບາດນັ້ນ ແລະ ຍາມອອກຈາກບົດກໍຕ້ອງກັບຄືນມາເປັນຕົວເອງໃຫ້ໄດ້.

ວິທີເຮັດສະມາທິຂອງຈ່ອນນີ້ແມ່ນຕ້ອງຢູ່ກັບລົມຫາຍໃຈເຂົ້າອອກຕົວເອງປະມານ 5-10 ນາທີ, ກໍສາມາດຊ່ວຍໃຫ້ເຮົາມີສະຕິຫຼາຍຂື້ນ.

ຖ້າເລືອກບົດບາດຕໍ່ໄປໃນອະນາຄົດທີ່ຈີກຈາກຄາແລັກເຕີຕົວເອງສຸດໆ, ທີ່ຈ່ອນນີ້ຢາກຫຼິ້ນແມ່ນບົດບາດທີ່ມີຄວາມທ້າທາຍຄວາມສາມາດເຮົາຢ່າງເຊັ່ນ: ຮັບບົດເປັນຜູ້ປ່ວຍສຸຂະພາບຈິດ ຫຼື ຮັບບົດເລື່ອງຫຼອນ ແລະ ຈ່ອນນີ່ເຊື່ອວ່າຕົວເອງຈະເຮັດມັນອອກມາໄດ້ດີຢ່າງແນ່ນອນ.

ສຸດທ້າຍຝາກທຸກຄົນຕິດຕາມ ຊີຣີສ໌ ສຸກໃຈ ເປັນຊີຣີສ໌ນ້ຳດີຂອງລາວອີກເລື່ອງໜຶ່ງຂອງເຮົາແນ່ເດີ້ ສຸກໃຈ it’s okay the series ທີ່ນັກສະແດງທຸກຄົນ ແລະ ທີມງານຕັ້ງໃຈຖ່າຍທອດມັນອອກມາໃຫ້ທຸກຄົນໄດ້ອິນໄປນຳກັນ ສວນຈ່ອນນີ່ເອງກໍກຳລັງພັດທະນາຕົວເອງໃຫ້ເປັນນັກສະແດງທີ່ດີຂື້ນຕໍ່ໄປເລື້ອຍໆພາຍໃນອານາຄົດກໍຈະມີຜົນງານນ້ຳດີມາຝາກແນ່ນອນ ຂອບໃຈ😊✨🙏🏻

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
The Interview

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ມາແຮງກັນສຸດໆໃນຕອນນີ້ກັບແຣັບເປີສາວໜ້າໃໝ່ເຈົ້າຂອງເພງ “ສາວປັອບສະຕາ” ທີ່ມາໃນແນວສະໜຸກສະໜານມ່ວນຊື່ນ ແລະ ເພງ “ບໍ່ເປັນຫຍັງ” ທີ່ມາໃນແນວຊື້ງໆເສົ້າໆແຕ່ຕ້ອງຂໍບອກວ່າທັງສອງເພງແມ່ນມ່ວນ ແລະ ຟັງງ່າຍ, ທຸກຄົນຕ້ອງໄດ້ລອງຟັງກັນ. ພອນສະຫວັນ ໂຊກປີຊາ...

The Interview

ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ. ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ...

The Interview

ສ້າງຜົນງານ Art Toy ສິລະປະດ້ວຍແສງແຫ່ງຄວາມຫວັງ ຈາກຈິນຕະນາການຂອງ PhoudDoodle

ມື້ນີ້ມ່ວນຈະພາມາຮູ້ຈັກ Phoudthasone Souksompheng ຫຼື ພຸດ, ຊື່ໃນວົງການງານສິນກໍຄື PhoudDoodle ເຊິ່ງຫຼາຍໆຄົນຄົງຈະຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນວົງການສິລະປະ. ດ້ວຍຮູບແບບການແຕ້ມທີ່ມີເອກະລັກສະເພາະຕົວໃນສະໄຕລ໌ລາຍເສັ້ນແບບ Doodle...

The Interview

Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop

ມ່ວນຄິດວ່າຫຼາຍໆຄົນຄົງຢາກທີ່ຈະຮູ້ຈັກກັບສາວນ້ອຍສຽງຫວານຄົນນີ້ແນ່ນອນເລີຍ ເພາະເພງຂອງລາວຖືວ່າ Hit ຕິດກະແສສຸດໆ ແລະ ອົດທີ່ຈະແພງກັບຄວາມໜ້າຮັດສົດໃສນີ້ບໍ່ໄດ້, ທັງແນວເພງທີ່ສົດໃໝ່ບໍ່ຄືໃຜຕາມມາດ້ວຍເອກະລັກຂອງສາວນ້ອຍຄົນນີ້ Imel (ໄອເມລ) ຫຼື ດອນມະນີ ເທບມຸງຄຸນ...