Jo Laotai

1 ບົດຄວາມ
The Interview

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ມາແຮງກັນສຸດໆໃນຕອນນີ້ກັບແຣັບເປີສາວໜ້າໃໝ່ເຈົ້າຂອງເພງ “ສາວປັອບສະຕາ” ທີ່ມາໃນແນວສະໜຸກສະໜານມ່ວນຊື່ນ ແລະ ເພງ “ບໍ່ເປັນຫຍັງ” ທີ່ມາໃນແນວຊື້ງໆເສົ້າໆແຕ່ຕ້ອງຂໍບອກວ່າທັງສອງເພງແມ່ນມ່ວນ ແລະ ຟັງງ່າຍ, ທຸກຄົນຕ້ອງໄດ້ລອງຟັງກັນ. ພອນສະຫວັນ ໂຊກປີຊາ ຫຼື ແນ່ມ, ສິລະປິນສາວແດນຈຳປາສັກຈາກພາກໃຕ້ຂອງລາວ ທີ່ທັງຮ້ອງ-ແຣັບ ແລະ ແຕ່ງເພງເອງ, ປັດຈຸບັນອາຍຸ 26 ປີ. ຫຼ້າສຸດເພງທີ່ໄດ້ປ່ອຍອອກມາໃຫ້ພວກເຮົາໄດ້ຟັງໃນຊ່ອງຍູທູປຂອງລາວຢ່າງເພງສາວປັອບສະຕາ ກໍເປັນເພງທີ່ເຮັດໃຫ້ເປັນກະແສຫຼາຍທັງໃນໂຊຊ້ຽວມີເດຍໃນຕິກຕອກ...