ໜ້າຫຼັກ Oishi Teen Idol ໄອດໍໜ້າໃໝ່ພ້ອມ ຫຼື ຍັງ? Oishi Teen Idol: The Final Season ເປີດແລ້ວ
Oishi Teen Idol

ໄອດໍໜ້າໃໝ່ພ້ອມ ຫຼື ຍັງ? Oishi Teen Idol: The Final Season ເປີດແລ້ວ

Share

OISHI TEEN IDOL THE FINAL SEASON ນີ້ຄືລາຍການຕາມຫາໄວຫນຸ່ມລາວສຸດຍິ່ງໃຫຍ່ເພື່ອ Debut ເປັນສິລະປິນທີ່ມີຄຸນນະພາບ ແລະ ຊີງເງິນລາງວັນລວມຫຼາຍກວ່າ 200,000,000ກີບ!

ປີນີ້ມີໂຄຊທັງ 4 ທ່ານຄື ຕ່າຍ ອາກາດ, ຕ໋ອດ ລີນ້າ, ເທເລີ້ ສີສົມບັດ ແລະ ຊານົນ ມະນີຜົນ ທີ່ຈະມາຟາດຟັນເພື່ອຍາດຜູ້ເຂົ້າແຂ່ງຂັນທີ່ມີຄວາມສາມາດ ແລະ ຊ່ວຍພັດທະນາພວກເຂົາໃຫ້ພ້ອມທີ່ຈະເປັນໄອດໍ້ທີ່ສຸດຜ່ານການແຂ່ງຂັນທຸກຮອບຈົນເຫຼືອໄອດໍ້ພຽງໜຶ່ງດຽວທີ່ຈະໄດ້ເປັນຜູ້ຊະນະ OISHI TEEN IDOL THE FINAL SEASON

ໃຜທີ່ມີຄວາມໝັ້ນໃຈ ກ້າສະແດງອອກ ແລະ ຄວາມສາມາດບໍ່ວ່າຈະເປັນ ການຮ້ອງເພງ (ບໍ່ຈຳກັດແນວເພງ), ການເຕັ້ນ, ແຣ໋ບ ແລະ ການສະແດງ ບໍ່ຈຳກັດເພດ ແລະ ມີອາຍຸຕັ້ງແຕ່ 14-27 ປີ ກໍ່ສາມາດສະໝັກ ແລະ ພິສູດຄວາມເປັນໄອດໍ້ໄດ້

ສາມາດສະຫມັກໄດ້ແລ້ວຜ່ານ 2 ຊ່ອງທາງ:

1. Oishi Teen idol School Roadshow

ພວກເຮົາຈະລົງຕາມຫາ ແລະ ຮັບສະໝັກນ້ອງໆນັກຮຽນ ຫລາຍກວ່າ 8 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ສາມາດສະໝັກ ແລະ ຮ່ວມຄັດເລືອກທີ່ໂຮງຮຽນທີ່ເຂົ້າຮ່ວມໄດ້ ເລີ່ມອອກຕາມຫາໄອດໍ້ຈາກໂຮງຮຽນທຳອິດ 04/02/2025ນີ້.

2. Online Audition

ການສະໝັກໄດ້ຜ່ານການສົ່ງວິດີໂອແນະນຳຕົວ ພ້ອມດ້ວຍຄວາມສາມາດພິເສດຂອງທ່ານ(ຄວາມຍາວບໍ່ເກີນ 2ນາທີ) ມາທີ່ແຟນເພສ Oishi Drink Station ເລີ່ມຕັ້ງແຕ່ 04/02/2025 ຫາ 15/02/2025.

ປະກາດຜົນຜູ້ຜ່ານການຄັດເລືອກວັນທີ 16/02/2025 ທີ່ເພຈ Oishi Drink Station
ກຽມຕົວໃຫ້ພ້ອມ ເພາະນີ້ຄືປີສຸດທ້າຍຂອງ OISHI TEEN IDOL!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Oishi Teen Idol

ຕາຕະລາງ School Roadshow ໃນ 6 ໂຮງຮຽນ ຂອງນະຄອນຫຼວງວຽງຈັນ

Oishi Teen Idol ກຳລັງຈະລົງໄປຕາມຫາໄອດໍ້ເຖິງທີ່ ທີ່ໂຮງຮຽນເຫຼົ່ານີ້ ຟ້າວສະໝັກແລ້ວມາສະແດງຄວາມສາມາດກັນໄດ້ເລີຍ! ສາມາດລົງຊື່ສະໝັກກັບອາຈານຝ່າຍກິດຈະກຳທີ່ໂຮງຮຽນຂ້າງລຸ່ມນີ້ ແຕ່ສຳລັບໂຮງຮຽນທີ່ເຮົາບໍ່ໄດ້ລົງໄປ ສາມາດສົ່ງວິດີໂອອໍດິຊັ້ນອອນລາຍມາທີ່ເພຈ Oishi Drink Station...

Oishi Teen Idol

“ກັບມາປີນີ້ບໍ່ໄດ້ມາຫຼິ້ນໆ ອ່ອນແອກໍແພ້ໄປ ແຕ່ຖ້າຢາກຊະນະຕ້ອງມາທີມຊານົນ” – ຊານົນ

ຖ້າເວົ້າເລື່ອງການແຂ່ງຂັນໂຄຊຊານົນບໍ່ເຄີຍຍອມແພ້ໃຜ ເຮັດມາແລ້ວທຸກຢ່າງ ແລະ ຕ້ອງດີທີ່ສຸດເທົ່ານັ້ນ ກັບມາອີກຄັ້ງກັບຄວາມພ້ອມທີ່ຈະພາລູກທີມຄວ້າຕຳແໜ່ງ Oishi Teen Idol The Final Season! ໃຜຢາກຮູ້ວ່າການເປັນຜູ້ຊະນະເປັນແນວໃດ...

Oishi Teen Idol

“ມາແລ້ວບໍ່ໄດ້ຫຼິ້ນເກມຈະມາເຮັດຫຍັງ?” – ເທເລີ້

ເປີດຕົວໂຄຊອີກຄົນທີ່ມີຜົນງານໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ກັບໂຄຊເທເລີ້ ທີ່ບໍ່ໄດ້ມີດີແຕ່ໜ້າຕາ ເພາະຄວາມເປ໊ະ ປັງ ແລະ ບໍ່ເຄີຍຍອມແພ້ໃຜຕ້ອງຍົກໃຫ້ຄົນນີ້ ກາລັນຕີດ້ວຍການໂກອິນເຕີໄປຮອດສາກົນມາແລ້ວ ເຖິງຈະເປັນໂຄຊນ້ອງໃໝ່ແຕ່ມີເປົ້າໝາຍຄື ທີ່ໜຶ່ງເທົ່ານັ້ນ!...

Oishi Teen Idol

“ຢູ່ທີມແມ່ ແລ້ວແມ່ຈະພານ້ອງໄປເປັນແຊ້ມເອງ” – ຕ໋ອດ ລີນ່າ

ແມ່ກໍຄືແມ່ ຕົວແມ່ຂອງວົງການມາແລ້ວ! ໂຄຊຕ໋ອດ ລີນ້າ Diva ແຫ່ງວົງການບັນເທິງລາວ ພ້ອມກັບປະສົບການຫຼາຍກວ່າ 10 ປີ ທັງເປັນນັກສະແດງ ນັກຮ້ອງ ນາງແບບ...